Catch-Up.
ສຶກສາ ແລະ ວິເຄາະການປ່ຽນແປງຢູ່ເຂດພູດອຍ

ຜັນຂະຫຍາຍວິທີການ ພັດທະນາແບບຍືນຍົງ
ຢູ່ເຂດພູດອຍ
ໃນ ສປປລາວ.

ກິດຈະກໍາ B1: ທາງດ້ານເສດຖະກິດທີ່ເຮັດໃຫ້ເກີດມີການຂະຫຍາຍພື້ນທີ່ທໍາການຜະລິດ ແລະ ການຕັດໄມ້ທໍາລາຍປ່າ

 
 
ຂອບເຂດ ຈຸດປະສົງ ວິທີການ ຜົນທີ່ໄດ້ຮັບ ຄູ່ຮ່ວມງານ

    ລາຄາຂອງຜົນຜະລິດກະສິກໍາເປັນຕົ້ນແມ່ນ: ໄມ້ທີ່ໃຫ້ນໍ້າມັນ (ນໍ້າມັນປາມ, ໝາກເຍົາ), ຢາງພາລາ, ເຄື່ອງປ່າຂອງດົງ ແລະ ພືດທີ່ແປຮູບເປັນຫົວອາຫານສັດ (ສາລີ, ມັນຕົ້ນ) ແມ່ນນັບມື້ນັບມີລາຄາເພີ່ມຂື້ນ ເນື່ອງຈາກຕະຫຼາດຈີນກໍາລັງມີຄວາມຕ້ອງການຜົນຜະລິດ ທີ່ໃຊ້ແທນຊັບພະຍາກອນທໍາມະຊາດໄດ້ເປັນຕົ້ນແມ່ນ: ໄມ້ຈາກປ່າ, ຢາງພາລາ ຫຼື ຜົນຜະລິດທີ່ໃຫ້ນໍ້າມັນ. ນອກຈາກນີ້, ລັດຖະບານກໍ່ໄດ້ມີນະໂຍບາຍສົ່ງເສີມການປູກໄມ້ອຸດສະຫະກໍາ ເພື່ອທົດແທນການຢຸດຕິການຖາງປ່າເຮັດໄຮ່ ເພື່ອທໍາການຜະລິດໃນຫຼາຍໆພື້ນທີ່. ເຖິງຢ່າງໃດກໍ່ຕາມ, ການຂະຫຍາຍເນື້ອທີ່ປູກໄມ້ ກໍ່ຕ້ອງໄດ້ຄໍານຶງເຖິງຄວາມສ່ຽງທີ່ມີຕໍ່ເສດຖະກິດ, ນິເວດວິທະຍາ ແລະ ສັງຄົມ. ດັ່ງນັ້ນ, ເພື່ອເປັນການຫຼີກລ່ຽງຈາກຜົນກະທົບທາງລົບທີ່ມີຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຈາກການຂະຫຍາຍເນື້ອທີ່ທໍາການຜະລິດກະສິກໍາດັ່ງກ່າວ ອັນສົ່ງຜົນຕໍ່ການຂະຫຍາຍເນື້ອທີ່ປົກຫຸ້ມປ່າໄມ້ ຊຶ່ງສໍາຄັນຢ່າງຍິ່ງທີ່ຈະຕ້ອງໄດ້ກໍານົດພື້ນທີ່ທີ່ເໝາະສົມວ່າ ບ່ອນໃດຄວນຈະປູກພືດເສດຖະກິດ ທີ່ສາມາດປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໄດ້ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມໄປນໍາ (ຄວນພິຈາລະນາທັງດ້ານລັກສະນະກາຍະພາບທາງພື້ນທີ່ ແລະ ເສດຖະກິດ-ສັງຄົມ). ດັ່ງນັ້ນ, ນະໂຍບາຍລັດຖະບານວ່າດ້ວຍການສໍາປະທານທີ່ດິນ ແລະ ອີກຫຼາຍໆນະໂຍບາຍທີ່ພົວພັນເຖິງວຽກງານການວາງແຜນນໍາໃຊ້ທີ່ດິນ ຄວນຈະອີງໃສ່ບົດຮຽນທີ່ຖອດຖອນໄດ້ຈາກການສຶກສາຄົ້ນຄວ້າຕົວຈິງ.

    • ເພື່ອຈັດລຽງບູລິມະສິດປະເດັນບັນຫາທີ່ພົວພັນເຖິງການພັດທະນາຕະຫຼາດພືດຜັກ ແລະ ໄມ້ອຸດສະຫະກໍາ ຢູ່ແຕ່ລະເມືອງທາງ ພາກເໜືອ ໃນສປປລາວ. ພ້ອມທັງວິເຄາະແບບສົມທຽບກັບເຂດອື່ນໆ ແລະ ທົບທວນເອກກະສານທີ່ກ່ຽວຂ້ອງ,

    • ເພື່ອທໍາຄວາມເຂົ້າໃຈເຖິງປັດໃຈການປ່ຽນແປງຕະຫຼາດ ໃນຂັ້ນທ້ອງຖິ່ນ ແລະ ພາກພື້ນ ພ້ອມທັງຜົນລັບທີ່ໄດ້ຈາກການພັດທະນາຢູ່ເຂດພູດອຍພາກເໜືອຂອງ ສປປລາວ,

    • ເພື່ອສະໜອງຄູ່ມືແນະນໍາກ່ຽວກັບການສ້າງນະໂຍບາຍ ໂດຍຄໍານຶງເຖິງມິຕິການພັດທະນາແບບຍືນຍົງອັນປະກອບດ້ວຍ: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.

    1. ທົບທວນເອກກະສານ

    ທົບທວນເອກກະສານການຂະຫຍາຍເນື້ອທີ່ປູກພືດລວມທັງປູກພືດໄລຍະຍາວ ແລະ ພືດໄລຍະສັ້ນ ພາຍໃນສປປລາວ, ຂົງເຂດອາຊີຕາເວັນອອກສຽງໃຕ້ ແລະ ໃນລະດັບພາກພື້ນ ເປັນຕົ້ນແມ່ນຂໍ້ມູນການປູກຢາງພາລາ, ສາລີ ແລະ ໝາກເຍົາ ທີ່ກໍາລັງສົ່ງຜົນເຮັດໃຫ້ລະບົບການນໍາໃຊ້ທີ່ດິນເກີດການປ່ຽນແປງຢ່າງໄວວາ ເນື່ອງຈາກຄວາມຕ້ອງການຂອງຕະຫຼາດໃນພາກພື້ນ. ຊຶ່ງຕະຫຼາດດັ່ງກ່າວໄດ້ໃຊ້ຕົວຢ່າງສໍາລັບການປູກພືດ ທີ່ມີໜ້າທີ່ ແລະ ຕໍາແໜ່ງຄືກັນກັບຕະຫຼາດສາກົນ ຕົວຢ່າງເຊັ່ນ: ນໍາໃຊ້ຜົນຜະລິດທີ່ທົດແທນນໍ້າມັນ (ຢາງພາລາ, ນໍ້າມັນຊີວະພາບ), ຜະລິດຕະພັນໄມ້ ແລະ ພືດທີ່ແປຮູບເປັນຫົວອາຫານສັດ.

    2. ພື້ນທີ່ສຶກສາ

    ໄດ້ຄັດເລືອກຈາກພື້ນທີ່ເປົ້າໝາຍສຶກສາຄົ້ນຄວ້າຂອງແຜນງານໂຄງການ Catch-Up (ກິດຈະກໍາທີ 1) ອີງຕາມປະສົບການຄວາມຮູ້ທີ່ກ່ຽວພັນເຖິງຜົນລັບທາງດ້ານເສດຖະກິດຕໍ່ການປ່ຽນແປງການນໍາໃຊ້ທີ່ດິນ (ຕົວຢ່າງ, ການຂະຫຍາຍເນື້ອທີ່ປູກຢາງ ພາລາ ແລະ ສາລີ), ຊີວິດການເປັນຢູ່ ແລະ ສິ່ງແວດລ້ອມ. ຜົນທີ່ໄດ້ຮັບຈາກການສຶກສາ ແມ່ນໄດ້ສັງລວມເພື່ອນໍາໃຊ້ເຂົ້າໃນການວິເຄາະຂໍ້ມູນແບບສົມທຽບໃນພື້ນທີ່ສຶກສາ (ຈາກໂຄງການ ແລະ ຄູ່ຮ່ວມງານຕ່າງໆ).

    3. ການວິເຄາະ ແລະ ບົດລາຍງານ

    ໄດ້ວິເຄາະຂໍ້ມູນຈາກຫຼາຍແຫຼ່ງທີ່ມາ ພ້ອມທັງໄດ້ຖືກລາຍງານເຂົ້າໃນຮ່າງນະໂຍບາຍ. ຊຶ່ງບົດລາຍງານ ແລະ ຮ່າງນະໂຍບາຍເຫຼົ່ານີ້ ກໍ່ຍັງໄດ້ມີໂອກາດໄປສະເໜີຜົນຢູ່ໃນເວທີສາກົນຕ່າງໆ.

    • ໄດ້ມີຫຼັກຖານທີ່ສະແດງໃຫ້ເຫັນວ່າຕະຫຼາດເປັນປັດໃຈໜຶ່ງທີ່ສົ່ງຜົນຕໍ່ການຂະຫຍາຍພື້ນທີ່ທໍາການຜະລິດ ແລະ ເຮັດໃຫ້ປ່າໄມ້ເຊື່ອມໂຊມລົງ,

    • ປະກອບສ່ວນສະໜອງຂໍ້ມູນໃນການສ້າງນະໂຍບາຍ ແລະ ກົດລະບຽບເພື່ອຫຼຸດຜ່ອນຜົນກະທົບທາງລົບທີ່ເຮັດໃຫ້ເກີດຄວາມທຸກຍາກ, ການເຊື່ອມໂຊມຂອງດິນ ແລະ ການຕັດໄມ້ທໍາລາຍປ່າ,

    • ໄດ້ລົງວາລະສານ ພ້ອມທັງປະກອບສ່ວນເຂົ້າໃນກອງປະຊຸມລະດັບຊາດ ແລະ ນາໆຊາດ. ນອກຈາກນີ້, ກໍ່ຍັງໄດ້ພັດທະນາຄວາມອາດສາມາດໃຫ້ພະນັກງານໂຄງການ ເປັນຕົ້ນແມ່ນວຽກງານນະໂຍບາຍ.

    ໄດ້ພັດທະນາຄູ່ຮ່ວມງານກັບທ່ານດຣ. Jefferson Fox, ຈາກ East-West Center ຢູ່ຮາວາຍ ປະເທດອາ ເມລິກາ ໃນການສຶກສາຄົ້ນຄວ້າກ່ຽວກັບຫົວຂໍ້ ການຂະຫຍາຍພື້ນທີ່ປູກຢາງພາລາ ຢູ່ໃນເຂດ Montane Mainland ໃນເຂດອາຊີຕາເວັນອອກສຽງໃຕ້.

ເອກກະສານ