Catch-Up.
ສຶກສາ ແລະ ວິເຄາະການປ່ຽນແປງຢູ່ເຂດພູດອຍ

ຜັນຂະຫຍາຍວິທີການ ພັດທະນາແບບຍືນຍົງ
ຢູ່ເຂດພູດອຍ
ໃນ ສປປລາວ.

ກິດຈະກໍາ B2: ສຶກສາຜົນກະທົບຈາກນະໂຍບາຍທີ່ດິນທີ່ມີຕໍ່ການຈັດການຄຸ້ມຄອງຊັບພະຍາກອນທໍາມະຊາດ

 
 
ຂອບເຂດ ຈຸດປະສົງ ວິທີການ ຜົນທີ່ໄດ້ຮັບ ຄູ່ຮ່ວມງານ

    ລັດຖະບານແຫ່ງ ສປປລາວ ໄດ້ພິຈາລະນານະໂຍບາຍທີ່ດິນ (ຕົວຢ່າງ, ການວາງແຜນນໍາໃຊ້ທີ່ດິນ, ການມອບດິນມອບປ່າ, ການຍົກຍ້າຍບ້ານ, ການສໍາປະທານທີ່ດິນ, ການສ້າງເຂດປ້ອງກັນ) ເພື່ອເປັນການພັດທະນາເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກ ແລະ ປົກປັກຮັກສາສິ່ງແວດລ້ອມໄປພ້ອມກັນ ຊຶ່ງເປັນໜຶ່ງໃນ 3 ເສົ້າຄໍ້າແຫ່ງການພັດທະນາແບບຍືນຍົງ. ເຖິງຢ່າງໃດກໍ່ຕາມ, ຄວາມຫຼາກຫຼາຍທາງດ້ານການກໍານົດເຂດ ແລະ ການວາງແຜນນໍາໃຊ້ທີ່ດິນ ກໍ່ຍັງເປັນແນວຄວາມຄິດໃໝ່ ທີ່ໄດ້ຮັບການພັດທະນາ ໂດຍການຍົກຄໍາຖາມທີ່ສໍາຄັນຂື້ນມາສົນທະນາກັນເລື້ອຍໆ ອີງໃສ່ຄວາມເປັນໄປໄດ້ຈາກການໂຕ້ແຍ້ງກັນລະຫວ່າງຄວາມແຕກຕ່າງທາງດ້ານວິທີການຈັດຕັ້ງປະຕິບັດໃນພື້ນທີ່ ແລະ ຜົນລັບທີ່ໄດ້ຮັບຈາກການສຸມນະໂຍບາຍການວາງແຜນນໍາໃຊ້ທີ່ດິນ ເພື່ອປັບປຸງຊີວິດການເປັນຢູ່ ແລະ ທັດສະນີຍະພາບພື້ນທີ່.

    • ເພື່ອຈັດລຽງປະເດັນບັນຫາທີ່ພົວພັນເຖິງການວາງແຜນ ແລະ ການຈັດຕັ້ງປະຕິບັດນະໂຍບາຍທີ່ດິນ ໃນເຂດພູດອຍ ສປປລາວ. ຊຶ່ງໄດ້ຈັດຕັ້ງປະຕິບັດຢູ່ເມືອງເປົ້າໝາຍສຶກສາຄົ້ນຄວ້າ ໂດຍນໍາໃຊ້ວິທີການວິເຄາະແບບສົມທຽບກັບພື້ນທີ່ອື່ນໆ ແລະ ການທົບທວນເອກກະສານທີ່ກ່ຽວຂ້ອງ,

    • ເພື່ອທໍາຄວາມເຂົ້າໃຈເຖິງກົນໄກທີ່ມີອິດທິພົນຕໍ່ນະໂຍບາຍທີ່ດິນ ໃນການຈັດການຄຸ້ມຄອງຊັບພະຍາກອນທໍາມະຊາດໃນທ້ອງຖິ່ນ, ຂົງເຂດ ແລະ ພາກພື້ນ ພ້ອມທັງທໍາຄວາມເຂົ້າໃຈເຖິງຜົນລັບຂອງການພັດທະນາຢູ່ເຂດພູດອຍ ທາງພາກເໜືອຂອງ ສປປລາວ,

    • ເພື່ອສະໜອງຄູ່ມືແນະນໍາກ່ຽວກັບນະໂຍບາຍທີ່ດິນ ໂດຍການພິຈາລະນາຈາກ 3 ມິຕິຂອງການພັດທະນາແບບຍືນຍົງໄດ້ແກ່: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.

    1. ການທົບທວນເອກກະສານ

    ທົບທວນເອກກະສານ ແລະ ສັງລວມຂໍ້ມູນ 20 ປີ ຄືນຫຼັງ ເລີ່ມຈາກຕົ້ນປີ 1990 ທີ່ໄດ້ລິເລີ່ມຈັດຕັ້ງປະຕິບັດແຜນງານວາງແຜນນໍາໃຊ້ທີ່ດິນ ແລະ ມອບດິນມອບປ່າ ຢູ່ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ. ພ້ອມທັງໄດ້ສ້າງແບບສອບຖາມ ເພື່ອສໍາພາດກັບພາກສ່ວນທີ່ກ່ຽວຂ້ອງ (ຕົວຢ່າງ, ພາກສ່ວນລັດຖະບານ, ນັກວາງແຜນຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ, ພະນັກງານໂຄງການ, ຕົວແທນຈາກອົງການທີ່ບໍ່ຂື້ນກັບລັດຖະບານ) ເພື່ອເປັນການ:

    • ໃຈ້ແຍກປະເດັນບັນຫາທີ່ໄດ້ຈາກການທົບທວນເອກກະສານ,
    • ໄດ້ຮັບມູມມອງແນວຄວາມຄິດກ່ຽວກັບວຽກງານວາງແຜນນໍາໃຊ້ທີ່ດິນ ຊຶ່ງກໍາລັງໄດ້ຮັບການພັດທະນາ ແລະ ທົດລອງຈັດຕັ້ງປະຕິບັດໃນລາວ ແລະ,

    • ກໍານົດຄໍາຖາມທີ່ພົວພັນເຖິງການຈັດຕັ້ງປະຕິບັດວຽກງານວາງແຜນນໍາໃຊ້ທີ່ດິນ ແລະ ການປະເມີນຜົນໂດຍອໍານາດການປົກຄອງຂັ້ນແຂວງ ແລະ ຂັ້ນເມືອງ.

    2. ພື້ນທີ່ສຶກສາ

    ໄດ້ກໍານົດເອົາບ້ານຈໍານວນໜຶ່ງພາຍໃນແຂວງຫຼວງພະບາງ ເພື່ອເປັນບ້ານເປົ້າໝາຍສຶກສາຄົ້ນຄວ້າ ທີ່ໄດ້ຈັດຕັ້ງປະຕິບັດວຽກງານວາງແຜນນໍາໃຊ້ທີ່ດິນ ແລະ ມອບດິນມອບປ່າມາເປັນເວລາດົນນານ. ໄດ້ສໍາພາດ ແລະ ນໍາໃຊ້ແບບຟອມສອບຖາມລົງເກັບກໍາຂໍ້ມູນກັບປະຊາຊົນພາຍໃນບ້ານ ແລະ ພະນັກງານເມືອງຈໍານວນໜຶ່ງ ໂດຍໄດ້ເກັບກໍາຂໍ້ມູນກ່ຽວກັບ:

    • ຄວາມແຕກຕ່າງໃນການຈັດຕັ້ງປະຕິບັດວຽກງານວາງແຜນນໍາໃຊ້ທີ່ດິນພາຍໃນບ້ານ, ຜົນທີ່ໄດ້ຮັບທີ່ມີຕໍ່ເສດຖະກິດ-ສິ່ງແວດລ້ອມ ແລະ ການປະເມີນຜົນວຽກງານດັ່ງກ່າວ,

    • ສ້າງແຜນວາດບ້ານທີ່ສະແດງໃຫ້ເຫັນເຖິງຄວາມແຕກຕ່າງກັນລະຫວ່າງການນໍາໃຊ້ທີ່ດິນ ໃນເມື່ອກ່ອນກັບປະຈຸບັນ ແລະ,

    • ຊ່ອງວ່າງລະຫວ່າງນະໂຍບາຍ (ຕົວຢ່າງ, ຄູ່ມືການວາງແຜນນໍາໃຊ້ທີ່ດິນ) ກັບການຈັດຕັ້ງປະຕິບັດຕົວຈິງ (ຂໍ້ຄົງຄ້າງທາງດ້ານການເງິນ, ຊັບພະຍາກອນມະນຸດ ແລະ ຄວາມເຂົ້າໃຈ/ຄວາມຮັບຮູ້ຂອງວຽກງານດັ່ງກ່າວ ຈາກຫຼາຍໆພາກສ່ວນທີ່ກ່ຽວຂ້ອງ).

    3. ການວິເຄາະແບບສົມທຽບ ແລະ ບົດລາຍງານ

    ຂໍ້ມູນທີ່ໄດ້ຈາກຫຼາຍໆແຫຼ່ງທີ່ມາ ແມ່ນໄດ້ຖືກນໍາມາວິເຄາະ ແລະ ຂຽນເປັນບົດລາຍງານຈັດພິມເຜີຍແຜ່ ພ້ອມທັງການສະເໜີຜ່ານກອງປະຊຸມ. ເອກກະສານການປະເມີນນະໂຍບາຍວາງແຜນນໍາໃຊ້ທີ່ດິນໃນປະຈຸບັນ ກໍາລັງໄດ້ຮັບການພັດທະນາ ແລະ ປັບປຸງຄືນໃໝ່ໃນ ສປປລາວ ໂດຍສະເພາະແມ່ນພິຈາລະນາເຖິງປະເດັນການມີສ່ວນຮ່ວມ ໂດຍໄດ້ຮວບຮວມເອົາຫຼາຍພາກສ່ວນເຂົ້າຮ່ວມ ຈັດຕັ້ງປະຕິບັດ ແລະ ປະເມີນຜົນກະທົບ.

    • ໄດ້ມີຫຼັກຖານທີ່ສະແດງໃຫ້ເຫັນວ່າຜົນກະທົບຂອງນະໂຍບາຍທີ່ດິນ ທີ່ມີຕໍ່ການຈັດການຄຸ້ມຄອງຊັບພະຍາກອນທໍາມະຊາດໃນທ້ອງຖິ່ນ ແລະ ຍັງໄດ້ມູມມອງອັນໃໝ່ໃນທາງກວ້າງ ຈາກການວິເຄາະແບບສົມທຽບຢູ່ເຂດພື້ນທີ່ເປົ້າໝາຍສຶກສາຄົ້ນຄວ້າ,

    • ສາມາດປະກອບສ່ວນໃຫ້ການວາງແຜນ ແລະ ການຈັດຕັ້ງປະຕິບັດນະໂຍບາຍທີ່ດິນ ເພື່ອຫຼຸດຜ່ອນຜົນກະທົບທາງລົບຈາກບັນຫາຄວາມທຸກຍາກ, ການເຊາະເຈື່ອນຂອງດິນ ແລະ ການຕັດໄມ້ທໍາລາຍປ່າ,

    • ໄດ້ລົງວາລະສານ ແລະ ປະກອບສ່ວນສະເໜີຜົນໃນກອງປະຊຸມທັງພາຍໃນ ແລະ ຕ່າງປະເທດ. ພ້ອມທັງພັດທະນາຄວາມອາດສາມາດຂອງພະນັກງານໂຄງການທາງດ້ານວຽກງານຄົ້ນຄວ້ານະໂຍບາຍ.

    ໃນບົດສຶກສາຄົ້ນຄວ້ານີ້ ແມ່ນເປັນກິດຈະກໍາໜຶ່ງທີ່ນອນໃນແຜນງານປະເມີນຊີວະນາໆພັນ ຂອງໂຄງການ Landscape Mosaics ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການ SDC ແລະ ຈັດຕັ້ງປະຕິບັດວຽກງານພາຍໃຕ້ການຊີ້ນໍາຈາກໂຄງການ CIFOR ແລະ ສະຖາບັນ ຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ (NAFRI). ນອກຈາກນີ້, ທາງໂຄງການພັດທະນາຄວາມອາດສາມາດເຂດພູດອຍ (NAFRI/URDP) ກໍ່ໄດ້ສະໜັບສະໜູນທຶນຮອນໃນການຈັດຕັ້ງປະຕິບັດວຽກງານວາງແຜນນໍາໃຊ້ທີ່ດິນແບບມີສ່ວນຮ່ວມ ໃນເມືອງວຽງຄໍາ ຊຶ່ງເປັນເມືອງເປົ້າໝາຍສຶກສາຄົ້ນຄວ້າ.

ເອກກະສານ


Deprecated: mysql_connect(): The mysql extension is deprecated and will be removed in the future: use mysqli or PDO instead in /home/asiaupla/public_html/Catch-Up/CU-BDD-Connexion.php on line 7

Warning: mysql_connect(): Headers and client library minor version mismatch. Headers:100337 Library:30121 in /home/asiaupla/public_html/Catch-Up/CU-BDD-Connexion.php on line 7

Forest transitions in Southeast Asia: Synergies and shortcomings in land-change science and political ecology

Lestrelin G., Castella J.C., Fox J.

In: C. Braanstrom and J. Vadjunec eds., Land-Change Science and Political Ecology for Sustainability. Synergies and Divergences, Earthscan, London, pp. 48-65.

2013 - Books

 
 

 

Territorializing sustainable development: The politics of land-use planning in the Lao PDR

Lestrelin G., Castella J.C., Bourgoin J.

Journal of Contemporary Asia, 42(4): 581-602.

2012 - Scientific Articles

 
 

 

Monitoring participatory land use planning for better impact on landscapes and livelihoods. Case studies in Nambor, Sobchia and Pakhok villages, Phonxay district, Luang Prabang province

Bouahom B., Bourgoin J., Lestrelin G., Castella J.C.

Lao Journal of Agriculture and Forestry, 23: 145-160

2011 - Scientific Articles

 
 
 

 

Evolving relations between agriculture and forest in Viengkham District, Luang Prabang Province

Castella J.C., Thephavanh M., Vongkhamsao V., Mouaxengcha K., Phonphakdy S., Fitriana Y.R., Kongay K., Phaipasith S., Ferrand J., Manivanh V., Pfund J.L.

Lao Journal of Agriculture and Forestry, 23: 61-89

2011 - Scientific Articles

 
 
 

 

Rethinking state-ethnic minority relations in Lao PDR: Internal resettlement, land reform and counter-territorialization

Lestrelin G.

Political Geography 30 (6):311-319

2011 - Scientific Articles

 
 

 

Measuring participation: Case studies on village land use planning in northern Lao PDR

Lestrelin G., Bourgoin J., Bouahom B., Castella J.C.

Applied Geography 31: 950-958

2011 - Scientific Articles

 

 

Territorialising sustainable development: The politics of land-use planning in the Lao PDR

Lestrelin G., Castella J.C., Bourgoin J.

13th Biennial Conference of the International Association for the Study of the Commons, 10-14 January 2011, Hyderabad, India

2011 - Conferences

 
 

 

'Where has my participation gone?' Case studies on village land-use planning in northern Lao PDR

Lestrelin G., Bourgoin J., Bouahom B., Castella J.C.

Communication to the International meeting of the Association for Tropical Biology and Conservation 19-23 July 2010 - Bali, Indonesia

2010 - Conferences

 
 
 

 

How does land use planning influence livelihood systems? Phonxay District, Luang Prabang Province, Lao PDR.

Bouahom B., Bourgoin J., Lestrelin G., Castella J.C.

Catch-Up Program, NAFRI-IRD-CIFOR, Vientiane

2010 - Posters

 
 

 

Emerging tensions from village relocation in Sopchia Kumban, Phonxay District, Luang Prabang Province, Lao PDR

Bouahom B., Bourgoin J., Lestrelin G., Castella J.C.

Catch-Up Program, NAFRI-IRD-CIFOR, Vientiane

2010 - Posters

 
 

 

The impacts of land policy on livelihood. Case study: Phonxay district, Luang Prabang province, Lao PDR

Bouahom B.

MSc Dissertation. IMAS in Development Studies, University of Geneva, Switzerland

2010 - Student Dissertation