Catch-Up.
ສຶກສາ ແລະ ວິເຄາະການປ່ຽນແປງຢູ່ເຂດພູດອຍ

ຜັນຂະຫຍາຍວິທີການ ພັດທະນາແບບຍືນຍົງ
ຢູ່ເຂດພູດອຍ
ໃນ ສປປລາວ.

ກິດຈະກໍາ C1: ການປ່ຽນແປງທາງດ້ານເຕັກໂນໂລຢີ & ສະຖາບັນ ເພື່ອການພັດທະນາແບບຍືນຍົງ

 
 
ຂອບເຂດ ຈຸດປະສົງ ວິທີການ ຜົນທີ່ໄດ້ຮັບ ຄູ່ຮ່ວມງານ

    ໃນເງື່ອນໄຂສະພາບແວດລ້ອມ ທີ່ມີຄວາມຫຼາກຫຼາຍ ແມ່ນມີຄວາມຈໍາເປັນທີ່ຈະຕ້ອງໄດ້ເພີ່ມທາງເລືອກໃນການນໍາໃຊ້ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບຄວາມຊໍານານຂອງຊາວກະສິກອນ ຫຼື ຜູ້ສ້າງນະໂຍບາຍ. ສ້າງບົດຮຽນຈາກປະສົບການທີ່ຜ່ານມາ ກັບໂຄງການຄົ້ນຄວ້າເພື່ອການພັດທະນາໃນປະຈຸບັນ ຊຶ່ງຈຸດປະສົງຂອງກິດຈະກໍາເຫຼົ່ານີ້ ແມ່ນເພື່ອປະເມີນຜົນກະທົບທາງສິ່ງແວດລ້ອມ ແລະ ເສດຖະກິດ-ສັງຄົມ ຈາກການປ່ຽນແປງການນໍາໃຊ້ເຕັກໂນໂລຢີເຂົ້າມາຊ່ວຍໃນພື້ນທີ່ສຶກສາຄົ້ນຄວ້າ ຊຶ່ງເປັນບ່ອນທີ່ເຄີຍໄດ້ທົດສອບຜ່ານມາ ແລະ ມັນກໍ່ພຽງພໍແລ້ວທີ່ຈະສາມາດຄາດຄະເນເຖິງຜົນກະທົບທີ່ອາດຈະເກີດຂື້ນໄດ້. ການສໍາຫຼວດໃນທີ່ນີ້ແມ່ນເພື່ອກໍານົດເງື່ອນໄຂ ທີ່ຄວນຈະສ້າງຂື້ນມາແທນທີ່ບົດຮຽນທີ່ບັນລຸຜົນ ຫຼື ເພື່ອຫຼີກລ່ຽງຈາກບົດຮຽນທີ່ຜິດພາດໃນອາດີດ.

    ເພື່ອເປັນການຖອດຖອນບົດຮຽນຈາກຜົນທີ່ໄດ້ຮັບ ແລະ ບົດຮຽນຈາກແກ່ນສານ A ແລະ ແກ່ນສານ B. ໄດ້ຈັດລຽງ 3 ບູລິມະສິດແຫ່ງການປ່ຽນແປງຄືດັ່ງນີ້:

    • ການທໍາການຜະລິດກະສິກໍາແບບອານຸລັກ: ການປັບຕົວ ແລະ ຜົນກະທົບທີ່ມີຕໍ່ການດໍາລົງຊີວິດ,
    • ການຈັດກຸ່ມຊາວກະສິກອນ ແລະ ສະຫະກອນຜະລິດກະສິກໍາ,
    • ການຈ່າຍຄ່າຊົດເຊີຍເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ກົນໄກການຈັດຕັ້ງປະຕິບັດງານຂອງແຜນງານ REDD.

    1. ເອກກະສານທີ່ມີການປ່ຽນແປງ

    ໄດ້ເກັບກໍາຂໍ້ມູນການປ່ຽນແປງຢູ່ທາງພາກເໜືອຂອງລາວ ເພື່ອການພັດທະນາແບບຍືນຍົງ ພ້ອມທັງທົບທວນເອກກະສານທາງວິທະຍາສາດຈາກສາກົນຈໍານວນໜຶ່ງ.

    • ເອກກະສານທີ່ມີການປ່ຽນແປງ, ຕົວຢ່າງ: ຂໍ້ມູນທີ່ປ້ອນເຂົ້າ/ຜົນໄດ້ຮັບ, ມູນຄ່າ/ການວິເຄາະຜົນກໍາໄລ, ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານ ແລະ ອື່ນໆ.
    • ປະເມີນການກະຈາຍວຽກງານຂອງຄູ່ຮ່ວມງານທີ່ໃຫ້ການຊ່ວຍເຫຼືອທາງດ້ານກະສິກໍາ ແລະ ປະເມີນຜົນກະທົບທີ່ມີຕໍ່ຊີວິດການເປັນຢູ່ຂອງຊາວກະສິກອນ. ລົງສໍາຫຼວດການກະຈາຍວຽກງານຂອງໂຄງການຄົ້ນຄວ້າເພື່ອການພັດທະນາ ທີ່ປະກອບດ້ວຍອົງກອນສົ່ງເສີມ, ນາຍບ້ານ, ສະມາຄົມຊາວກະສິກອນ ແລະ ອື່ນໆ.

    2. ການສະເໜີແນະ

    • ເພື່ອເປັນການສົມທຽບຄວາມຮູ້ທາງວິທະຍາສາດກັບພູມປັນຍາຊາວບ້ານຈາກຫຼາຍແຫຼ່ງທີ່ມາ ເພື່ອເປັນການປະເມີນເງື່ອນໄຂການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມ ແລະ ການສະເໜີແນະ. ນອກຈາກນີ້, ການກໍານົດເງື່ອນໄຂ (ຂົງເຂດວຽກງານຂອງສະຖາບັນ, ການສ້າງນະໂຍບາຍ) ຄວນຈະສ້າງຈາກບົດຮຽນທີ່ປະສົບຜົນສໍາເລັດ ໃນຂົງເຂດການຈັດການຄຸ້ມຄອງຊັບພະຍາກອນທໍາມະຊາດ ເພື່ອເປັນການຫຼີກລ່ຽງຈາກຈາກບົດຮຽນທີ່ຜິດພາດໃນອາດີດ.
    • ການເລີ່ມຕົ້ນຈໍາລອງການປ່ຽນອົງກອນທີ່ຢູ່ໃນລະດັບບ້ານ ແລະ ລະດັບເມືອງ ເພື່ອກໍານົດສັກກະຍະພາບ ແລະ ຂໍ້ຄົງຄ້າງໃຫ້ແທດເໝາະກັບສະພາບຄວາມເປັນຈິງ. ດັ່ງນັ້ນ, ການປະເມີນຜົນແບບມີສ່ວນຮ່ວມ ເພື່ອຄຸ້ມຄອງເຕັກນິກໃຫ້ດີກວ່າເກົ່າ ຫຼື ເພື່ອໃຫ້ປະຊາຊົນທ້ອງຖິ່ນໄດ້ມີການປັບຕົວໃຫ້ແທດເໝາະກັບສະພາບຄວາມເປັນຈິງ.

    1. ຜົນກະທົບຂອງການຜະລິດກະສິກໍາໃນຮູບແບບອານຸລັກ ທີ່ມີຕໍ່ເສດຖະກິດ-ສັງຄົມ ຢູ່ແຂວງຊຽງຂວາງ

    ການຜະລິດກະສິກໍາໃນຮູບແບບອານຸລັກໄດ້ສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມ ຢູ່ແຂວງຊຽງຂວາງ ພາຍໃນ 3 ເມືອງເປົ້າໝາຍ (ເມືອງແປກ, ເມືອງຄໍາ ແລະ ເມືອງໜອງແຮດ) ຂອງໂຄງການນິເວດກະສິກໍາ (PRONAE) ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດວຽກງານແຕ່ປີ 2004 ຫາ 2009. ເຫັນໄດ້ວ່າສະພາບການປັບຕົວຂອງປະຊາຊົນທ້ອງຖິ່ນໃນການຫັນປ່ຽນຮູບແບບການຜະລິດແບບດັ້ງເດີມມານໍາໃຊ້ເຕັກນິກນິເວດກະສິກໍາ ໂດຍໄດ້ເກັບກໍາຂໍ້ມູນໃນລະດັບຄົວເຮືອນ ແລະ ຈັດຕັ້ງກຸ່ມສົນທະນາ. ຈຸດປະສົງຂອງການສຶກສາຄົ້ນຄວ້າໃນທີ່ນີ້ກໍ່ເພື່ອແນໃສ່ສະໜອງນະໂຍບາຍໃຫ້ແກ່ຜູ້ສ້າງນະໂຍບາຍ, ອົງກອນສົ່ງເສີມ ກໍ່ຄືນັກສຶກສາຄົ້ນຄວ້າ ແລະ ນັກສົ່ງເສີມໄດ້ຄໍານຶງເຖິງ:

    • ບັນຫາການປ່ຽນແປງລະບົບການຜະລິດກະສິກໍາຢູ່ເຂດພູດອຍ ທີ່ໄດ້ລິເລີ່ມນໍາໃຊ້ເຕັກນິກການຜະລິດກະສິກໍາແບບອານຸລັກ ໃນປີ 2003 ຫາ 2009 ທີ່ໄດ້ສົ່ງຜົນຕໍ່ສິ່ງແວດລ້ອມ ແລະ ເສດຖະກິດ-ສັງຄົມ,

    • ການປັບຕົວຂອງຊາວກະສິກອນໃນການນໍາໃຊ້ເຕັກນິກການຜະລິດກະສິກໍາແບບອານຸລັກ ພ້ອມທັງການຂະຫຍາຍເຕັກນິກດັ່ງກ່າວໄປໃນເມືອງເປົ້າໝາຍອື່ນໆ. ວິທີການສຶກສາຄົ້ນຄວ້າ ແມ່ນໄດ້ໃຫ້ປະຊາຊົນທ້ອງຖິ່ນສ້າງແຜນທີ່ແບບມີສ່ວນຮ່ວມ, ວິເຄາະຂໍ້ມູນທາງພື້ນທີ່ພາຍໃນຈໍານວນ 20 ບ້ານ.

    ພ້ອມທັງໄດ້ເກັບກໍາຂໍ້ມູນການປ່ຽນແປງການນໍາໃຊ້ທີ່ດິນ ທີ່ພົວພັນເຖິງການປັບຕົວ ແລະ ການຂະ ຫຍາຍເຕັກນິກການຜະລິດກະສິກໍາແບບອານຸລັກ ໂດຍໄດ້ອີງໃສ່ຂໍ້ມູນຈາກພາບຖ່າຍດາວທຽມ ໃນປີ 1975, 1987, 2002, 2006 ແລະ 2010.

    ສໍາເລັດ 3 ບົດລາຍງານເຊັ່ນ: 1. ການປ່ຽນແປງການນໍາໃຊ້ທີ່ດິນ, 2. ການປ່ຽນແປງຊີວິດການເປັນຢູ່ ແລະ 3. ການປັບຕົວ ແລະ ການຂະຫຍາຍເຕັກນິກການຜະລິດກະສິກໍາແບບອານຸລັກ ໃນຊ່ວງໄລຍະປີ 2000 ຫາ 2010 ຊຶ່ງບົດລາຍງານດັ່ງກ່າວມີທັງພາສາອັງກິດ ແລະ ພາສາລາວ. ໃນເດືອນກໍລະກົດ 2010, ໄດ້ມີໂອກາດຈັດກອງປະຊຸມສະເໜີຜົນການຄົ້ນຄວ້າ ຢູ່ແຂວງຊຽງຂວາງ ເພື່ອເປັນການສະເໜີຜົນທີ່ໄດ້ຮັບໃນເບື້ອງຕົ້ນຈາກການລົງເກັບກໍາຂໍ້ມູນໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບ.

    2. ເລີ່ມຈາກກຸ່ມຊາວກະສິກອນໄປເປັນສະຫະກອນການຜະລິດ

    ລັດຖະບານແຫ່ງ ສປປລາວ ໄດ້ຊຸກຍູ້ສົ່ງເສີມການສ້າງຕັ້ງສະຫະກອນໃນຮູບແບບໃໝ່ ທີ່ສາມາດສະໜັບສະໜູນໃຫ້ຊຸມຊົນຊົນນະບົດມີສ່ວນຮ່ວມໃນການຈັດການຄຸ້ມຄອງຊັບພະຍາກອນຂອງເຂົາເຈົ້າເອງ ຫຼື ເປັນການຜູກມັດກັບທ້ອງຖິ່ນ ແລະ ການຕະຫຼາດຜົນຜະລິດກະສິກໍາ ກໍ່ເພື່ອເປັນການສ້າງລາຍຮັບຈາກການຈ້າງງານ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ຊຶ່ງເຫັນໄດ້ວ່າມີຫຼາຍໆການຄົ້ນຄວ້າທົດລອງຂອງລັດຖະບານ ແລະ ໂຄງການພັດທະນາຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ. ຜົນທີ່ໄດ້ຈາກການສຶກສາຄົ້ນຄວ້າໃນທີ່ນີ້ ແມ່ນໄດ້ມາຈາກການຖອດຖອນແລກປ່ຽນບົດຮຽນ ແລະ ຈາກການທົບທວນເອກກະສານການຈັດຕັ້ງກິດຈະກໍາຂອງໂຄງການຢຸດຕິການຖາງປ່າເຮັດໄຮ່ ແລະ ລົບລ້າງການປູກຝິ່ນ (ADB/UNDC) ພາຍໃນປີ 2008. ໂດຍໄດ້ເກັບກໍາຂໍ້ມູນຢູ່ເມືອງຊໍາເໜືອ ແຂວງຫົວພັນ ຊຶ່ງໄດ້ສຶກສາເງື່ອນໄຂທີ່ເຮັດໃຫ້ການສ້າງຕັ້ງກຸ່ມຜູ້ຜະລິດປະສົບຜົນສໍາເລັດ ຫຼື ບໍ່ປະສົບຜົນສໍາເລັດ ແລະ ທັດສະນະມູມມອງທີ່ຈະສ້າງຕັ້ງສະຫະກອນການຜະລິດໃນອານາຄົດ ໂດຍອີງໃສ່ການສ້າງຕັ້ງກຸ່ມຊາວກະສິກອນທີ່ມີຢູ່ແລ້ວ.

    3. ການຈ່າຍຄ່າຊົດເຊີຍເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ກົນໄກການຈັດຕັ້ງປະຕິບັດແຜນງານ REDD

    REDD+ ແມ່ນ “ການຫຼຸດຜ່ອນການປ່ອຍທາດອາຍພິດຈາກການຕັດໄມ້, ການເຊື່ອມໂຊມຂອງປ່າໄມ້ ແລະ ເພີ່ມທາດກາກບອນ”. ຊຶ່ງໃນກິດຈະກໍາການຈ່າຍຄ່າຊົດເຊີຍເພື່ອປົກປັກຮັກສາສິ່ງແວດລ້ອມ ແມ່ນເປັນເງື່ອນໄຂໃຫ້ບັນດາປະເທດກໍາລັງພັດທະນາ ໄດ້ເຈລະຈາຕໍ່ລອງກັບບັນດາປະເທດທີ່ພັດທະນາແລ້ວ ໃນການປົກປັກຮັກສາຊັບພະຍາກອນທໍາມະຊາດ ເພື່ອເປັນການເພີ່ມການເກັບກັກທາດກາກບອນໃນປ່າໄມ້ໄວ້.

    ເຊັ່ນດຽວກັບພື້ນທີ່ປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍ (ເມືອງວຽງຄໍາ ແຂວງຫຼວງພະບາງ ແລະ ເມືອງວຽງທອງ ແຂວງຫົວພັນ) ທີ່ທາງໂຄງການໄດ້ປະເມີນມູນຄ່າ ແລະ ຜົນກໍາໄລ ໃນການຈັດຕັ້ງປະຕິບັດແຜນງານ REDD+ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ແລະ ການຄໍ້າປະກັນສະບຽງອາຫານ ທັງໃນໄລຍະສັ້ນ ແລະ ຍາວ ໂດຍການລົງສໍາຫຼວດ ແລະ ເກັບກໍາຂໍ້ມູນໃນລະດັບຄົວເຮືອນ, ພ້ອມທັງການຈໍາລອງພື້ນທີ່ແບບມີສ່ວນຮ່ວມ.

    1. ຜົນກະທົບຂອງການຜະລິດກະສິກໍາໃນຮູບແບບອານຸລັກ ທີ່ມີຕໍ່ເສດຖະກິດ-ສັງຄົມ ຢູ່ແຂວງຊຽງຂວາງ

    ແຜນງານໂຄງການ Catch-Up ໄດ້ຈັດຕັ້ງປະຕິບັດວຽກງານຢູ່ພາຍໃນ 3 ເມືອງ ຂອງແຂວງຊຽງຂວາງ ຊຶ່ງເປັນເຂດເປົ້າໝາຍສຶກສາຄົ້ນຄວ້າຂອງທາງໂຄງການນິເວດກະສິກໍາ ທີ່ໄດ້ລິເລີ່ມຈັດຕັ້ງປະຕິບັດວຽກງານມາຕັ້ງແຕ່ປີ 2004 ເຖິງ 2009. ຊຶ່ງບັນດາກິດຈະກໍາເຫຼົ່ານີ້ ແມ່ນເປັນອີກກິດຈະກໍາໜຶ່ງຂອງການຮ່ວມມືກັບເຄື່ອຄ່າຍສາກົນ ແລະ ໄດ້ຮັບການສະໜັບສະໜູນ ຈາກໂຄງການ PAMPA (AFD).

    2. ການຈ່າຍຄ່າຊົດເຊີຍເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ກົນໄກການຈັດຕັ້ງປະຕິບັດແຜນງານ REDD

    ແຜນງານໂຄງການ Catch-Up ໄດ້ຮ່ວມງານກັບຄະນະປ່າໄມ້ (ມະຫາວິທະຍາໄລແຫ່ງຊາດລາວ) ກໍ່ຄືແຜນງານໂຄງການ REDD+ ທີ່ໄດ້ຮັບທຶນສະໜັບສະໜູນຂອງແຜນງານ 7 ໂຄງການ EU (www.i-redd.eu ).

ເອກກະສານ