Catch-Up.
ສຶກສາ ແລະ ວິເຄາະການປ່ຽນແປງຢູ່ເຂດພູດອຍ

ຜັນຂະຫຍາຍວິທີການ ພັດທະນາແບບຍືນຍົງ
ຢູ່ເຂດພູດອຍ
ໃນ ສປປລາວ.

ກິດຈະກໍາ C2: ສຶກສາຮູບແບບການມີສ່ວນຮ່ວມ ໃນວຽກງານວາງແຜນນໍາໃຊ້ທີ່ດິນ

 
 
ຂອບເຂດ ຈຸດປະສົງ ວິທີການ ຜົນທີ່ໄດ້ຮັບ ຄູ່ຮ່ວມງານ

    ໃນພາກ “ການຈັດຕັ້ງປະຕິບັດ ແລະ ນະໂຍບາຍ” ມີຈຸດປະສົງເພື່ອແນໃສ່: ກໍານົດກົນໄກຄວາມຮູ້ທີ່ໄດ້ມາກ່ຽວກັບບັນຫາທີ່ພົວພັນເຖິງການປ່ຽນແປງການນໍາໃຊ້ທີ່ດິນ (ແກ່ນ ສານ 1), ພ້ອມທັງການແກ້ໃຂບັນຫາທີ່ໄດ້ທົດລອງສໍາເລັດ ໃນສປປລາວ ແລະ ບັນດາປະເທດເພື່ອນບ້ານ (ກິດຈະກໍາ C1). ນອກຈາກນີ້, ກໍ່ຍັງມີການວາງແຜນນໍາໃຊ້ທີ່ດິນ (ກິດຈະກໍາ B2). ອີງຕາມຊັດສ່ວນການສ້າງກອບນະໂຍບາຍ ທີ່ຈໍາເປັນຕ້ອງໄດ້ມີການຮວບຮວມເອົາຫຼາຍກຸ່ມພາກສ່ວນທີ່ກ່ຽວຂ້ອງ (ຕົວຢ່າງ, ການຈັດການອ່າງໂຕ່ງນໍ້າຄານ, ເມືອງຊຽງເງິນ) ຫຼື ວິທີການເຈລະຈາຕໍ່ລອງ (ຕົວຢ່າງ, ການວາງແຜນນໍາໃຊ້ທີ່ດິນໃນຂັ້ນບ້ານ, ຂັ້ນກຸ່ມບ້ານ ຢູ່ເມືອງວຽງຄໍາ) ພ້ອມທັງການຮວບຮວມເອົາຊຸມຊົນພາຍໃນບ້ານ, ອໍານາດການປົກຄອງທ້ອງຖິ່ນ ແລະ ນັກວາງແຜນນໍາໃຊ້ທີ່ດິນພາຍໃນບ້ານເຂົ້າມາຮ່ວມໃນການເຈລະຈາຕໍ່ລອງກັນ.

    • ເພື່ອສຶກສາວິທີການແກ້ໃຂບັນຫາໃນການວາງແຜນນໍາໃຊ້ທີ່ດິນ ຈາກຂັ້ນເທິງລົງລຸ່ມ ແລະ ຈາກຂັ້ນລຸ່ມຂື້ນເທິງ ແລະ ເພື່ອສະໜັບສະໜູນໃຫ້ກິດຈະກໍາການຈັດຕັ້ງປະຕິບັດວຽກງານວາງແຜນນໍາໃຊ້ທີ່ດິນ ທີ່ແນໃສ່ປະເດັນຂອງ ແກ່ນ ສານ B ກັບອີກຫຼາຍທັດສະນະມູມມອງ.
    • ເພື່ອອໍານວຍຄວາມສະດວກໃຫ້ສະຖາບັນຄູ່ຮ່ວມງານ ແລະ ການກະຈາຍກອບນະໂຍບາຍ ເພື່ອສະໜັບສະໜູນໃຫ້ການຈັດການຄຸ້ມຄອງຊັບພະຍາກອນທໍາມະຊາດໃຫ້ດີກວ່າເກົ່າ.

    1. ການຈໍາລອງພື້ນທີ່ແບບມີສ່ວນຮ່ວມ

    ການຈໍາລອງການປ່ຽນການນໍາໃຊ້ທີ່ດິນແບບມີສ່ວນຮ່ວມ ແມ່ນສ້າງຂື້ນມາເພື່ອເຮັດໃຫ້ປະຊາຊົນທ້ອງຖິ່ນມີຄວາມເຂົ້າໃຈທີ່ດີຂື້ນ ກ່ຽວກັບຍຸດທະສາດການຈັດການຈັດການຄຸ້ມຄອງຊັບພະຍາກອນທໍາມະຊາດ. ການຈໍາລອງການປ່ຽນແປງພື້ນທີ່ ແມ່ນສ້າງຂື້ນມາເພື່ອເຮັດໃຫ້ກຸ່ມພາກສ່ວນທີ່ກ່ຽວຂ້ອງໄດ້ມີໂອກາດເຈລະຈາຕໍ່ລອງກັນເຖິງບັນຫາຕ່າງໆທີ່ເກີດຂື້ນ (ຕົວຢ່າງ, ຊຸມຊົນທ້ອງຖິ່ນ, ອໍານາດການປົກຄອງບ້ານ, ພະນັກງານເມືອງ).

    2. ການວາງແຜນນໍາໃຊ້ທີ່ດິນ

    ໄດ້ປະເມີນທຸກໆບາດກ້າວໃນການຈັດຕັ້ງປະຕິບັດວຽກງານວາງແຜນນໍາໃຊ້ທີ່ດິນ ເພື່ອເບິ່ງຜົນກະທົບທີ່ມີຕໍ່ການຈັດການຄຸ້ມຄອງຊັບພະຍາກອນທໍາມະຊາດ ບົນພື້ນຖານຄວາມແຕກຕ່າງຂອງກຸ່ມພາກສ່ວນທີ່ກ່ຽວຂ້ອງ. ຫາກໄດ້ຄວາມຄິດເຫັນຂອງຄົນສ່ວນໃຫຍ່ໃນການຊີ້ແນະ ຫຼື ກໍານົດເປົ້າໝາຍ ແລະ ວິເຄາະຄວາມຄາດຫວັງ ເພື່ອອໍານວຍຄວາມສະດວກໃຫ້ຂະບວນການຮຽນຮູ້ ທີ່ຈະສາມາດເຮັດໃຫ້ເປັນ “ລະບົບ” ຈາກການປ່ຽນແປງສະຖານະພາບຈາກປະຈຸບັນໄປເປັນຮູບແບບໃໝ່. ຄື່ດັ່ງການວິເຄາະທີ່ສະແດງໃຫ້ເຫັນວ່າການຕັ້ງເປົ້າໝາຍທີ່ຫຼາກຫຼາຍນັ້ນ ຈະເຮັດໃຫ້ເກີດມີຂໍ້ຄົງຄ້າງຫຼາຍຢ່າງ. ດັ່ງນັ້ນ, ຄວນຈະປະມານມູນຄ່າ ແລະ ຜົນໄດ້ຮັບໄວ້ກ່ອນ ເພື່ອໃຫ້ບັນລຸເປົ້າໝາຍທີ່ຕັ້ງໄວ້.

    1. ການສ້າງນະໂຍບາຍເພື່ອການຈັດການຄຸ້ມຄອງເຂດອ່າງໂຕ່ງນໍ້າຄານ

    ໄດ້ສຶກສາວິທີການແກ້ໃຂບັນຫາການຈັດການຄຸ້ມຄອງເຂດອ່າງໂຕ່ງນໍ້າຄານ ໂດຍການປະສົມປະສານກັນລະຫວ່າງການເກັບກໍາຂໍ້ມູນ ຈາກຂັ້ນເທິງລົງລຸ່ມ ແລະ ຈາກຂັ້ນລຸ່ມຂື້ນເທິງ. ຊຶ່ງການວາງກອບນະໂຍບາຍດັ່ງກ່າວແມ່ນໄດ້ຈັດຂື້ນຢູ່ແຂວງຫຼວງພະບາງ ໃນເດືອນກຸມພາ 2011 ທີ່ຜ່ານມາ ປະກອບດ້ວຍຫຼາຍກຸ່ມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເຊັ່ນ: ເຈົ້າເມືອງ, ນັກວາງແຜນຈາກຫຼາຍອົງການ ແລະ ອື່ນໆ. ອີງໃສ່ປະສົບການຕົວຈິງ ພວກເຮົາໄດ້ລາຍງານກ່ຽວກັບເງື່ອນໄຂການກໍາເນີດເກີດຂື້ນຂອງສະຖາບັນ ແລະ ການສ້າງກອບນະ ໂຍບາຍ ເພື່ອສະໜັບສະໜູນໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວນັ້ນປະສົບຜົນສໍາເລັດຢ່າງຈົບງານ.

    2. ການເຈລະຈາຕໍ່ລອງເພື່ອການພັດທະນາແບບຍືນຍົງ ໂດຍຜ່ານວຽກງານວາງແຜນນໍາໃຊ້ທີ່ດິນ ໃນສປປລາວ

    ໃນທ້າຍປີ 2009, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອົງການຄຸ້ມຄອງທີ່ດິນແຫ່ງຊາດ ໄດ້ສໍາເລັດການສ້າງປື້ມຄູ່ມືການວາງແຜນນໍາໃຊ້ທີ່ດິນແບບມີສ່ວນຮ່ວມ (PLUP) ເພື່ອເປັນການສະໜອງຂໍ້ມູນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດວຽກງານວາງແຜນນໍາໃຊ້ທີ່ດິນ ໃນສປປລາວ. ຊຶ່ງເນື້ອໃນຂອງຄູ່ມືດັ່ງກ່າວນີ້ແມ່ນໄດ້ກໍານົດຫຼັກການໃນການວາງແຜນນໍາໃຊ້ທີ່ດິນ ໂດຍສະເພາະແມ່ນພົວພັນເຖິງຂະບວນການມີສ່ວນຮ່ວມພາຍໃນຊຸມຊົນ. ການສຶກສາຄົ້ນຄວ້າວຽກງານດັ່ງກ່າວ ແມ່ນໄດ້ໃຊ້ເວລາເກັບກໍາຂໍ້ມູນໃນໄລຍະໜຶ່ງພາຍຫຼັງທີ່ທາງໂຄງການໄດ້ຈັດຕັ້ງປະຕິບັດວຽກງານວາງແຜນນໍາໃຊ້ທີ່ດິນ ຕາມເນື້ອໃນທີ່ໄດ້ລະບຸໄວ້ໃນຄູ່ມື ຊຶ່ງໄດ້ສະ ແດງໃຫ້ເຫັນວ່າການຈັດຕັ້ງປະຕິບັດວຽກງານວາງແຜນນໍາໃຊ້ທີ່ດິນໃນທ້ອງຖິ່ນ ຍັງພົບບັນຫາຫຍຸ້ງຍາກຢູ່ ເນື່ອງຈາກວ່າການນໍາໃຊ້ເຄື່ອງມື ແລະ ວິທີການຈັດຕັ້ງປະຕິບັດຍັງບໍ່ເປັນໄປຕາມເນື້ອໃນທີ່ລະບຸໄວ້ໃນຄູ່ມື(ກິດຈະກໍາ B2).

    ໃນການສຶກສາຄົ້ນຄວ້າຄັ້ງນີ້ ແມ່ນໄດ້ຮ່ວມງານກັບນັກສຶກສາປະລິນຍາເອກ ເພື່ອພັດທະນາເຄື່ອງມື ແລະ ວິ ທີການຈັດຕັ້ງປະຕິບັດ ເພື່ອອໍານວຍຄວາມສະດວກໃຫ້ການເຈລະຈາຕໍ່ລອງກັນຂອງປະຊາຊົນທ້ອງຖິ່ນ ໃນຂະບວນການວາງແຜນນໍາໃຊ້ທີ່ດິນ. ຊຶ່ງໄດ້ພັດທະນາຮູບແບບການມີສ່ວນຮ່ວມ ເພື່ອສຶກສາເຖິງຜົນກະທົບຈາກການວາງແຜນນໍາໃຊ້ທີ່ດິນ ທີ່ມີຕໍ່ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ແລະ ຄຸນນະພາບທາງພື້ນທີ່ ໃນແງ່ຂອງການປ່ອຍທາດກາກບ່ອນ ແລະ ຄຸນຄ່າທາງດ້ານຊີວະນາໆພັນ. ໄດ້ພັດທະນາເຄື່ອງມື (ຕົວຢ່າງ, ການຈໍາລອງຫຼີ້ນເກມການວາງແຜນນໍາໃຊ້ທີ່ດິນແບບມີສ່ວນຮ່ວມ, ການສ້າງແຜນທີ່ 3 ມິຕິແບບມີສ່ວນ ຮ່ວມ) ໂດຍໄດ້ທົດລອງນໍາໃຊ້ຢູ່ພາຍໃນ 6 ບ້ານເປົ້າໝາຍ ພາຍໃນເມືອງວຽງຄໍາ ໃນປີ 2010 ແລະ ຫຼັງຈາກນັ້ນກໍ່ໄດ້ຜັນຂະຫຍາຍໄປໃຊ້ກັບ 23 ບ້ານ ພາຍໃນປີ 2011 ໂດຍໄດ້ຮ່ວມງານກັບໂຄງການຄໍ້າປະກັນສະບຽງອາຫານ ແລະ ພັດທະນາຊົນນະບົດ (Agrisud).

    ບົດຮຽນທີ່ສາມາດຖອດຖອນໄດ້ຈາກປະສົບການການຈັດຕັ້ງປະຕິບັດວຽກງານຕົວຈິງ ແມ່ນໄດ້ບັນຍາຍລົງໄປໃນປື້ມຄູ່ມືການວາງແຜນນໍາໃຊ້ທີ່ດິນແບບມີສ່ວນຮ່ວມ ທີ່ໄດ້ສໍາເລັດໃນປີ 2012 ມີທັງສະບັບພາສາອັງກິດ ແລະ ພາສາລາວ. ພ້ອມດຽວກັນນີ້, ຫົວຂໍ້ບົດນິພົນຈົບຊັ້ນປະລິນຍາເອກຂອງທ່ານ Jeremy Bourgoin ກໍ່ໄດ້ປ້ອງກັນຢູ່ມະຫາວິທະຍາໄລຄຮີນແລນ ປະເທດອົດສະຕາລີ ໃນເດືອນທັນວາ 2011. ນອກຈາກນີ້, ກໍ່ຍັງມີອີກຫຼາຍໆບົດສຶກສາຄົ້ນຄວ້າທີ່ໄດ້ຈັດພິມເຜີຍແຜ່. ຄຽງຄູ່ກັບວຽກງານວິຊາການ ແລະ ຂອບເຂດນະໂຍ ບາຍແລ້ວ ຜົນຂອງການສຶກສາຄົ້ນຄວ້າໃນທີ່ນີ້ ກໍ່ຍັງໄດ້ຖືກໝູນໃຊ້ເຂົ້າໃນການວາງແຜນນໍາໃຊ້ທີ່ດິນຢູ່ຫຼາຍບ້ານໃນເຂດພູດອຍ ໂດຍການຮ່ວມມືກັບໂຄງການພັດທະນາຕ່າງໆ. ນອກຈາກນີ້, ຜົນຂອງການສຶກສາຄົ້ນຄວ້າຂອງພວກເຮົາ ກໍ່ຍັງໄດ້ເຊື່ອມໂຍງກັບການພັດທະນາຄວາມອາດສາມາດໃຫ້ແກ່ພະນັກງານເມືອງ ເພື່ອເຮັດໃຫ້ພວກເຂົາສາມາດສືບຕໍ່ຈັດຕັ້ງປະຕິບັດວຽກງານວາງແຜນນໍາໃຊ້ທີ່ດິນໃຫ້ໄດ້ຮັບຜົນດີ ພາຍຫຼັງສໍາເລັດໂຄງການ.

    1. ການສ້າງນະໂຍບາຍເພື່ອການຈັດການຄຸ້ມຄອງເຂດອ່າງໂຕ່ງນໍ້າຄານ

    ໄດ້ຈັດຕັ້ງປະຕິບັດວຽກງານຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການ EU.

    2. ການເຈລະຈາຕໍ່ລອງເພື່ອການພັດທະນາແບບຍືນຍົງ ໂດຍຜ່ານວຽກງານວາງແຜນນໍາໃຊ້ທີ່ດິນ ໃນສປປລາວ

    ໄດ້ສຶກສາຄົ້ນຄວ້າຢູ່ເມືອງວຽງຄໍາ ທີ່ໄດ້ຮັບການສະໜັບສະໜູນທຶນຮອນຈາກໂຄງການ SDC ໃນການຈັດຕັ້ງປະ ຕິບັດກິດຈະກໍາຂອງໂຄງການ Landscape Mosaics (NAFRI-CIFOR) ແລະ ໂຄງການ SIDA ທີ່ໄດ້ສະໜັບສະໜູນທຶນຮອນໃຫ້ ໂຄງການ URDP. ນອກຈາກນີ້, ຍັງມີໂຄງການ EU ທີ່ໄດ້ໃຫ້ທຶນສະໜັບສະໜູນການຈັດຕັ້ງປະຕິບັດວຽກງານຂອງທາງໂຄງການ Agrisud ເພື່ອພັດທະນາຄວາມອາດສາມາດໃຫ້ຄູ່ຮ່ວມງານໃນຂັ້ນເມືອງ ສາມາດຈັດຕັ້ງປະຕິບັດໄດ້.

ເອກກະສານ