Catch-Up.
ສຶກສາ ແລະ ວິເຄາະການປ່ຽນແປງຢູ່ເຂດພູດອຍ

ວິທີການປ່ຽນແປງໃໝ່ ເພື່ອການພັດທະນາແບບຍືນຍົງ ໃນເຂດພູດອຍຂອງ ສປປລາວ.

ແຜນງານໂຄງການ Catch-Up ໄດ້ພັດທະນາຮູບແບບການປ່ຽນແປງການນໍາໃຊ້ທີ່ດິນ ຢູ່ເຂດພູດອຍ ທາງພາກເໜືອຂອງ ສປປລາວ. ພາຍໃຕ້ການສົມມຸດຈຸດທີ່ຕັ້ງ ທີ່ມີການປ່ຽນແປງ (ບ້ານ, ເມືອງ) ແຕ່ມີໄລຍະ ຫຼື ເວລາທີ່ແຕກຕ່າງກັນ ທີ່ສາມາດຖອດຖອນບົດຮຽນໄດ້ ເພື່ອເປັນການຫຼີກລ່ຽງຈາກບົດຮຽນທີ່ຜິດພາດ. ນີ້ແມ່ນການຄາດຄະເນ ເພື່ອເປັນການອໍານວຍຄວາມສະດວກ ໃຫ້ແກ່ການຕັດສິນໃຈ ໃນເວລາທີ່ບໍ່ແນ່ນອນ ຖ້າຫາກກົນໄກຂອງສະຖາບັນທີ່ກ່ຽວຂ້ອງຕົກຢູ່ໃນສະພາບທີ່ພ້ອມຈະສະໜັບສະໜູນການປ່ຽນແປງ. ນອກຈາກນີ້, ການກໍານົດຈຸດທີ່ຕັ້ງທີ່ອາດຈະແບ່ງໂອກາດ ແລະ ຂໍ້ຄົງຄ້າງໃນການພັດທະນາ ເພື່ອຈະອໍານວຍຄວາມສະດວກໃຫ້ການວາງແຜນນະໂຍບາຍທີ່ແຕກຕ່າງກັນ. ໂດຍຜ່ານການທໍາຄວາມເຂົ້າໃຈຈຸດທີ່ຕັ້ງສະເພາະຂອງຂະບວນການປ່ຽນແປງການນໍາໃຊ້ທີ່ດິນ ແລະ ປັດໃຈຫຼັກ, ເປົ້າໝາຍການນໍາສະເໜີການປ່ຽນແປງເຕັກໂນໂລຢີ ຈະເປັນໂອກາດທີ່ດີທີ່ຈະປະສົບຜົນສໍາເລັດໃນທ້ອງຖິ່ນ ກໍ່ຄືໃນພາກພື້ນ.


ລະບົບການຈັດຕັ້ງປະຕິບັດ ແລະ ການຄົ້ນຄວ້າ

ຄວາມເຂົ້າໃຈຂອງການປ່ຽນແປງການນໍາໃຊ້ທີ່ດິນ ແມ່ນຈໍາເປັນຕ້ອງໄດ້ມີການສຶກສາຄົ້ນຄວ້າຕົວຈິງໃນທ້ອງຖິ່ນ. ຈາກການສຶກສາໃນຂັ້ນບ້ານ ໃນເມື່ອກ່ອນ ແລະ ຂະບວນການທີ່ກໍາລັງດໍາເນີນຢູ່ ໃນການປ່ຽນແປງການນໍາໃຊ້ທີ່ດິນພາຍໃຕ້ເງື່ອນໄຂຄວາມແຕກຕ່າງທາງດ້ານເສດຖະກິດ-ສັງຄົມ ແລະ ນິເວດວິທະຍາ. ຊຶ່ງກິດຈະກໍາການສຶກສາຄົ້ນຄວ້າດັ່ງກ່າວປະກອບດ້ວຍ 3 ປັດໃຈຫຼັກເຊັ່ນ:

ນອກຈາກນີ້, ກໍ່ຍັງໄດ້ນໍາໃຊ້ຂໍ້ມູນການສໍາຜັດທາງໄກ (Remote Sensing) ແລະ ຂໍ້ມູນສາລະສົນເທດທາງພູມີສາດ (GIS) ເຂົ້າຊ່ວຍໃນຫຼາຍລະດັບ ເພື່ອສຶກສາເບີ່ງການຂະຫຍາຍ ແລະ ການປ່ຽນແປງພື້ນທີ່ທໍາການຜະລິດກະສິກໍາໃນຂົງເຂດດັ່ງກ່າວ.


ການມີສ່ວນຮ່ວມທັງທາງດ້ານການປະຕິບັດຕົວຈິງ ແລະ ການຄົ້ນຄວ້າ

ຜູ້ທີ່ໄດ້ຮັບຜົນປະໂຫຍດ (ຊາວກະສິກອນ, ພະນັກງານສົ່ງເສີມ, ຜູ້ສ້າງນະໂຍບາຍທັງໃນລະດັບທ້ອງຖິ່ນ ແລະ ລະດັບພາກພື້ນ) ພາຍຫຼັງສໍາເລັດການສຶກສາຄົ້ນຄວ້າ ແມ່ນຈະໄດ້ປະກອບສ່ວນເຂົ້າໃນທຸກບາດກ້າວຂອງຂະບວນການສຶກສາຄົ້ນຄວ້າ ຊຶ່ງເປັນເງື່ອນໄຂທີ່ສໍາຄັນໃນການດັດປັບ ແລະ ສືບຕໍ່ຈັດຕັ້ງປະຕິບັດຜົນຂອງການສຶກສາຕໍ່ໄປ. ວິທີການມີສ່ວນຮ່ວມໃນທີ່ນີ້ແມ່ນປະກອບດ້ວຍ 2 ວິທີເຊັ່ນ:


ການສັງລວມຄວາມຮູ້ ເພື່ອສຶກສາຄົ້ນຄວ້ານະໂຍບາຍ

ເຄື່ອງມື ແລະ ວິທີການທີ່ມີຢູ່ໃນປະຈຸບັນ ທີ່ໄດ້ນໍາໃຊ້ເຂົ້າໃນການສ້າງນະໂຍບາຍ ທີ່ພົວພັນເຖິງຜົນການສຶກສາຄົ້ນຄວ້າໃນທາງກວ້າງ. ແຜນງານໂຄງການ Catch-Up ໄດ້ວິເຄາະຂໍ້ມູນຂ່າວສານຈາກຫຼາຍແຫຼ່ງສຶກສາຄົ້ນຄວ້າ ໂດຍນໍາໃຊ້ວິທີການສົມທຽບ ຊຶ່ງໄດ້ຮ່ວມມືກັບຜູ້ຈັດຕັ້ງປະຕິບັດວຽກງານຕົວຈິງພາຍໃນຊຸມຊົນ ທີ່ຂື້ນກັບສະຖາບັນຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ (ຕົວຢ່າງ, ຮ່າງນະໂຍບາຍ ແລະ ວາລະສານກະສິກໍາ ແລະ ປ່າໄມ້).

ການມີສ່ວນຮ່ວມກັບພາກສ່ວນກ່ຽວຂ້ອງ ແມ່ນມີໜ້າທີ່ສໍາຄັນຫຼາຍໃນແຜນງານໂຄງການ Catch-Up:

ຄືດັ່ງຄວາມຫຼາກຫຼາຍລະດັບຂອງການປ່ຽນແປງການນໍາໃຊ້ທີ່ດິນຈາກການນໍາໃຊ້ເຕັກໂນໂລຢີອັນໃໝ່ (ກະສິກໍາແບບຍືນຍົງ) ຫຼື ການສ້າງນະໂຍບາຍ (ການຈ່າຍຄ່າຊົດເຊີຍເພື່ອປົກປັກຮັກສາສິ່ງແວດລ້ອມ).