Catch-Up.
ສຶກສາ ແລະ ວິເຄາະການປ່ຽນແປງຢູ່ເຂດພູດອຍ

ຜັນຂະຫຍາຍວິທີການ ພັດທະນາແບບຍືນຍົງ
ຢູ່ເຂດພູດອຍ
ໃນ ສປປລາວ.

ແກ່ນສານ B: ປັດໃຈທີ່ເຮັດໃຫ້ການຜະລິດກະສິກໍາປ່ຽນແປງ

ການຫັນປ່ຽນຈາກການຜະລິດແບບກຸ້ມຕົນເອງຫັນໄປສູ່ການຜະລິດເປັນສິນຄ້າ ໄດ້ຮັບອິດທິພົນມາຈາກພາຍນອກ ແລະ ພາຍໃນ (ຈາກທ້ອງຖິ່ນ ແລະ ພາກພື້ນ) ຄືດັ່ງທີ່ຮູ້ກັນດີແລ້ວວ່າປັດໃຈພື້ນຖານທີ່ເຮັດໃຫ້ເກີດມີການປ່ຽນແປງການນໍາໃຊ້ທີ່ດິນຢູ່ເຂດພູດອຍຂອງ ສປປລາວ ແມ່ນເກີດມາຈາກ:

ເຖິງຢ່າງໃດກໍ່ຕາມ, ຄວາມຊັບຊ້ອນຂອງກົນໄກລະຫວ່າງລະບົບການດໍາລົງຊີວິດ, ການຕະຫຼາດ ແລະ ນະໂຍບາຍລັດຖະບານ ຍາມໃດກໍ່ຮຽກຮ້ອງໃຫ້ມີການສໍາຫຼວດຄືນເຖິງຜົນການຈັດຕັ້ງປະຕິບັດ ເພື່ອຫຼຸດຜ່ອນຜົນກະທົບທາງລົບທີ່ເຮັດໃຫ້ເກີດຄວາມທຸກຍາກ ແລະ ເຮັດໃຫ້ສິ່ງແວດລ້ອມເຊື່ອມໂຊມ. ດັ່ງນັ້ນ, ຫົວຂໍ້ສຶກສາຄົ້ນຄວ້າກ່ຽວກັບປັດໃຈທີ່ເຮັດໃຫ້ເກີດການປ່ຽນແປງເພື່ອພັດທະນາແບບຍືນຍົງ ຈຶ່ງຈໍາເປັນຕ້ອງພິຈາລະນາຕາມ 3 ປັດໃຈພື້ນຖານເຊັ່ນ: ເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ. ພ້ອມທັງປະກອບສ່ວນສຶກສາຄົ້ນຄວ້າຕໍ່ໄປ ເນື່ອງຈາກມັນມີຄວາມສໍາຄັນຢ່າງຍິ່ງ ທີ່ສົ່ງຜົນເຮັດໃຫ້ເກີດການປ່ຽນແປງການນໍາໃຊ້ທີ່ດິນ.

 

B-1. ປັດໃຈທາງດ້ານເສດຖະກິດທີ່ເຮັດໃຫ້ເກີດມີການຂະຫຍາຍພື້ນທີ່ທໍາການຜະລິດ ແລະ ການຕັດໄມ້ທໍາລາຍປ່າ

B-2. ສຶກສາຜົນກະທົບຈາກນະໂຍບາຍທີ່ດິນທີ່ມີຕໍ່ການຈັດການຄຸ້ມຄອງຊັບພະຍາກອນທໍາມະຊາດ