Catch-Up.
ສຶກສາ ແລະ ວິເຄາະການປ່ຽນແປງຢູ່ເຂດພູດອຍ

ຜັນຂະຫຍາຍວິທີການ ພັດທະນາແບບຍືນຍົງ
ຢູ່ເຂດພູດອຍ
ໃນ ສປປລາວ.

ແກ່ນສານ A: ຄວາມຫຼາກຫຼາຍທາງດ້ານພື້ນທີ່ ແລະ ຊີວິດການເປັນຢູ່

ພວກເຮົາໄດ້ນໍາໃຊ້ວິທີການສຶກສາໃນຮູບແບບຈາກເທິງລົງລຸ່ມ ບົນພື້ນຖານການວິເຄາະການຈັດຕັ້ງປະຕິບັດວຽກງານຂອງພາກສ່ວນທີ່ກ່ຽວຂ້ອງ ເພື່ອຮວບຮວມກັບວິທີການສຶກສາໃນຮູບແບບຈາກລຸ່ມຂື້ນເທິງ ບົນພື້ນຖານການວິເຄາະການນໍາໃຊ້ທີ່ດິນ ແລະ ປັດໃຈທີ່ເຮັດໃຫ້ເກີດການປ່ຽນແປງ ຊຶ່ງພິຈາລະນາຈາກກິດຈະກໍາການກະທໍາຂອງມະນຸດ. ການສຶກສາຄົ້ນຄວ້າໃນທີ່ນີ້ ແມ່ນເປັນການຮວບຮວມເອົາຄວາມຫຼາກຫຼາຍ ແລະ ຮູບແບບການປ່ຽນແປງການນໍາໃຊ້ທີ່ດິນໃນທ້ອງຖິ່ນ ເພື່ອເຮັດໃຫ້ເຫັນປະເດັນການພັດທະນາທີ່ແທ້ຈິງ ແລະ ສະໜອງຂໍ້ມູນໃຫ້ການຕັດສິນໃຈໃນລະດັບພາກພື້ນ.


ແກ່ນສານ B: ປັດໃຈທີ່ເຮັດໃຫ້ການຜະລິດກະສິກໍາຢູ່ເຂດພູດອຍປ່ຽນແປງ

ການຫັນປ່ຽນຮູບແບບການຜະລິດກະສິກໍາແບບກຸ້ມຕົນເອງມາເປັນການຜະລິດເປັນສິນຄ້າ ແມ່ນໄດ້ຮັບອິດທິພົນມາຈາກພາຍນອກ ແລະ ພາຍໃນ (ທ້ອງຖິ່ນ ແລະ ພາກພື້ນ). ເປັນກົນໄກທີ່ຊັບຊ້ອນທີ່ພົວພັນລະຫວ່າງລະບົບການດໍາລົງຊີວິດ, ການປ່ຽນແປງການຕະຫຼາດ ແລະ ນະໂຍບາຍລັດຖະບານ ເພື່ອຫຼຸດຜ່ອນຜົນກະທົບທາງລົບທີ່ໃຫ້ເກີດຄວາມທຸກຍາກ ແລະ ສິ່ງແວດລ້ອມເຊື່ອມໂຊມ.


ແກ່ນສານ C: ຄວາມເປັນກາງລະຫວ່າງນະໂຍບາຍ ກັບການຈັດຕັ້ງປະຕິບັດຕົວຈິງ

ຄືດັ່ງຫຼັກການທີ່ວ່າຈະເຮັດວຽກຫຍັງ, ເມື່ອໃດ, ຢູ່ໃສ ແລະ ຍ້ອນຫຍັງ ຈຶ່ງຈໍາເປັນຕ້ອງໄດ້ວາງແຜນນະໂຍບາຍທີ່ກ່ຽວຂ້ອງ ແລະ ກົນໄກການສະໜັບສະໜູນສະຖາບັນ ເພື່ອເຮັດໃຫ້ການສ້າງນະໂຍບາຍດັ່ງກ່າວນັ້ນບັນລຸຜົນ. ດດັ່ງນັ້ນ, ການຮວບຮວມຂໍ້ມູນທີ່ໄດ້ຈາກຫຼາຍໆແຫຼ່ງທີ່ມາທີ່ແຕກຕ່າງກັນ ຈະສາມາດສະໜອງໃຫ້ແກ່ວຽກງານການພັດທະນາແບບມີສ່ວນຮ່ວມ ເພື່ອປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ເພື່ອປັບປຸງລະບົບການຄຸ້ມຄອງຊັບພະຍາກອນທໍາມະຊາດໃຫ້ດີກວ່າເກົ່າ.