Catch-Up.
ສຶກສາ ແລະ ວິເຄາະການປ່ຽນແປງຢູ່ເຂດພູດອຍ

ເພື່ອເຮັດໃຫ້ເກີດ ຜົນກະທົບໜ້ອຍທີ່ສຸດ ໂດຍການສ້າງຄູ່ຮ່ວມງານ.

ແຜນງານໂຄງການ Catch-Up ແມ່ນໄດ້ຈັດຕັ້ງປະຕິບັດວຽກງານ ໃນສປປລາວ ພາຍໃຕ້ການຮ່ວມມືກັບ ສະຖາບັນ ຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ (NAFRI), ສະຖາບັນຄົ້ນຄວ້າ ເພື່ອການພັດທະນາ (IRD, ແຫ່ງປະເທດຝຮັ່ງ) ແລະ ສູນຄົ້ນຄວ້າປ່າໄມ້ນາໆຊາດ (CIFOR, ແຫ່ງປະເທດອິນໂດເນເຊຍ). ແຜນງານໂຄງການ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດ ໂດຍການລິເລີ່ມຈາກນັກຄົ້ນຄວ້າອາວຸດໂສຈໍານວນ 2 ທ່ານໄດ້ແກ່ ທ່ານດຣ. ລິນຄໍາ ດວງສະຫວັນ (NAFRI-ສູນຄົ້ນຄວ້າ ນະໂຍບາຍ ກະສິກໍາ ແລະ ປ່າໄມ້) ແລະ ທ່ານດຣ. Jean-Christophe Castella (IRD-CIFOR), ພ້ອມທັງຜູ້ຊ່ວຍນັກຄົ້ນຄວ້າຈາກ NAFRI ແລະ ນັກສຶກສາຕ່າງປະເທດຈໍານວນໜຶ່ງ. ນອກຈາກນີ້, ກໍ່ຍັງມີພະນັກງານຈາກສະຖາບັນຄູ່ຮ່ວມງານຕ່າງໆເຂົ້າມາຊ່ວຍວຽກໂຄງການ (ຕົວຢ່າງ, ຄະນະຕ່າງໆພາຍໃນມະຫາວິທະຍາໄລແຫ່ງຊາດ) ແລະ ຍັງມີຜູ້ປຶກສາຈໍານວນໜຶ່ງ (ຂໍ້ມູນສາ ລະສົນເທດທາງພູມີສາດ/GIS, ການສໍາຜັດທາງໄກ ແລະ ອື່ນໆ) ທີ່ຊ່ວຍໃນກິດຈະກໍາສຶກສາຄົ້ນຄວ້າຂອງທາງໂຄງການທັງໃນໄລຍະຍາວ ຫຼື ສັ້ນ ອີງຕາມເງື່ອນໄຂຂອງສັນຍາ.

ຕ້ອງການຂໍ້ມູນເພີ່ມເຕີມຕິດຕໍ່ໄດ້ທີ່:


Linkham Douangsavanh.ຜູ້ຊີ້ນໍາລວມແຜນງານໂຄງການ.ເສດຖະສາດກະສິກໍາ. Jean-Christophe Castella.ຜູ້ປະສານງານໂຄງການ.ພູມີສາດກະສິກໍາ. Bounthanom Bouahom.ຜູ້ປະສານງານແຜນງານໂຄງການ.ພູມີສາດ. Guillaume Lestrelin.ນັກຄົ້ນຄວ້າຫຼັງຈົບປະລິນຍາເອກ.ພູມີສາດ. Jeremy Bourgoin.ນັກສຶກສາປະລິນຍາເອກ.ພູມີສາດ. ຜູ້ຊ່ວຍນັກຄົ້ນຄວ້າ: Anousith Keophosay.ເສດຖະສາດ. Khamla Nanthavong.ປູກຝັງ. Chanxay Khambanseuang.ປ່າໄມ້. Manithaithip Thephavanh.ສິ່ງແວດລ້ອມ. Sangthong Phatsalin.ວິທະຍາສາດສັງຄົມ. Vansing Manivanh.ປູກຝັງ. ນັກສຶກສາປະລິນຍາໂທ: Jean-Pierre Sany.ພູມີສາດ. Yulia Rahma Fitriana.ປູກຝັງ. May Cherief. ນິເວດວິທະຍາ. Elodie Alberny.ປ່າໄມ້. Julien Viau.ປູກຝັງ. Pauline Buchheit.ປູກຝັງ. Maelle Drouillat.ປູກຝັງ. Lionel Cottet.ປູກຝັງ. Etienne Jobard.ປູກຝັງ.