Catch-Up.
ສຶກສາ ແລະ ວິເຄາະການປ່ຽນແປງຢູ່ເຂດພູດອຍ

ໂຄງການຄົ້ນຄວ້າ ແລະ ການພັດທະນາ ທີ່ສົ່ງຜົນຕໍ່ຊີວິດການເປັນຢູ່
ແລະ ນະໂຍບາຍ.

90 ສ່ວນຮ້ອຍຂອງຊາວກະສິກອນທີ່ທຸກຍາກ ໃນສປປລາວ ດໍາລົງຊີວິດຢູ່ເຂດຊົນນະບົດ ທໍາການຜະລິດກະສິກໍາເປັນອາຊີບ ຫຼັກ ທີ່ຕິດພັນກັບທໍາມະຊາດ. ປະເທດລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ທີ່ມີບົດບາດສໍາຄັນຢ່າງຍິ່ງ ໃນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ເພາະສະນັ້ນ, ຊັບພະຍາກອນເຫຼົ່ານີ້ ຈໍາເປັນຕ້ອງໄດ້ອານຸລັກຮັກສາ ແລະ ນໍາ ໃຊ້ໃຫ້ຍືນຍົງ. ປະຈຸບັນນີ້, ເນື້ອທີ່ປົກຫຸ້ມປ່າໄມ້ທົ່ວປະເທດນັບມື້ນັບລົດໜ້ອຍຖອຍລົງໄປພ້ອມໆກັບການຜະລິດກະສິກໍາທີ່ບໍ່ຍືນຍົງ ທີ່ຍັງຄົງສົ່ງຜົນກະທົບຕໍ່ລະບົບນິເວດ.

ເປົ້າໝາຍການຄົ້ນຄວ້າໃນທີ່ນີ້ ແມ່ນແນ່ໃສ່ການພັດທະນາລະບົບການຜະລິດກະສິກໍາ ແລະ ປ່າໄມ້ແບບປະສົມປະສານ, ຟື້ນຟູປ່າທີ່ເຊື່ອມໂຊມ ແລະ ປ້ອງກັນປ່າທໍາມະຊາດໃຫ້ຄົງຢູ່. ພ້ອມທັງນໍາສະເໜີວິທີການໃໝ່ເຂົ້າມານໍາໃຊ້ ໂດຍຄໍານຶງເຖິງສະ ພາບຕົວຈິງພາຍໃນທ້ອງຖິ່ນ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງລັດຖະບານ. ເນື່ອງຈາກວ່າຜ່ານມາໄດ້ມີຫຼາຍໆໂຄງການຄົ້ນຄວ້າເພື່ອການພັດທະນາ ໄດ້ພະຍາຍາມທໍາຄວາມເຂົ້າໃຈ ແລະ ສະແດງຄວາມຄິດເຫັນ ກ່ຽວກັບຜົນຂອງການຈັດຕັ້ງປະ ຕິບັດວຽກງານການປ່ຽນແປງລະບົບການຜະລິດກະສິກໍາ ແລະ ປ່າໄມ້ ທີ່ບໍ່ປະສົບຜົນສໍາເລັດໃນຂັ້ນທ້ອງຖີ່ນ ເນື່ອງຈາກວ່າ ຂາດການປະສານງານໃນການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ແລະ ລວມໄປເຖິງການຂາດແຄນສະຖາບັນຄູ່ຮ່ວມງານ ໃນວຽກງານການພັດທະນາ.

ເລີ່ມຈາກປີ 2007 ຫາ 2012, ແຜນງານໂຄງການ Catch-Up ໄດ້ແນໃສ່ພັດທະນາວິທີການສຶກສາຄົ້ນຄວ້າແບບລົງເລິກ ເພື່ອເພີ່ມເຕີມຜົນຈາກການສຶກສາຄົ້ນຄວ້າ ແລະ ການພັດທະນາບັນດາກິດຈະກໍາທາງດ້ານລະບົບຊີວິດການເປັນຢູ່ຂອງຊາວກະສິກອນຊົນນະບົດ ແລະ ນະໂຍບາຍຕ່າງໆ. ແຜນງານໂຄງການ ແມ່ນໄດ້ຈັດຕັ້ງປະຕິບັດວຽກງານ ໃນສປປລາວ ພາຍໃຕ້ການຮ່ວມມືກັັນລະຫວ່າງ ສະຖາບັນ ຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ (NAFRI), ສະຖາບັນຄົ້ນຄວ້າ ເພື່ອການພັດທະນາ (IRD, ແຫ່ງປະເທດຝຮັ່ງ) ແລະ ສູນຄົ້ນຄວ້າປ່າໄມ້ນາໆຊາດ (CIFOR, ແຫ່ງປະເທດອິນໂດເນເຊຍ).