Catch-Up.
ສຶກສາ ແລະ ວິເຄາະການປ່ຽນແປງຢູ່ເຂດພູດອຍ

ຜັນຂະຫຍາຍວິທີການ ພັດທະນາແບບຍືນຍົງ
ຢູ່ເຂດພູດອຍ
ໃນ ສປປລາວ.

ແກ່ນສານ A: ພື້ນທີ່ ແລະ ຊີວິດການເປັນຢູ່ ກັບຄວາມຫຼາກຫຼາຍທິດທາງການພັດທະນາໃນທ້ອງຖິ່ນ

ການປ່ຽນແປງພື້ນທີ່ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນເຂດເປົ້າໝາຍສຶກສາຄົ້ນຄວ້າ ທີ່ເປັນຕົວແທນໃຫ້ການສຶກສາໃນເຂດພູດອຍ ທາງພາກເໜືອຂອງ ສປປລາວ ໂດຍຜ່ານຂະບວນການທາງດ້ານການຕະຫຼາດ ແລະ ຄວາມຫຼາກຫຼາຍທາງດ້ານການພັດທະນາ (ເບິ່ງເພີ່ມເຕີມໃນແຜນທີ່). ຈຸດປະສົງໃນແກ່ນສານນີ້ແມ່ນ:

  • ເພື່ອກໍານົດຄວາມຫຼາກຫຼາຍທິດທາງການພັດທະນາໃນທ້ອງຖິ່ນ ທີ່ປະກອບສ່ວນເຮັດໃຫ້ເກີດມີການປ່ຽນແປງການນໍາໃຊ້ທີ່ດິນໃນຂົງເຂດ,
  • ເພື່ອທໍາຄວາມເຂົ້າໃຈເຖິງຂະບວນການ ແລະ ປັດໃຈທີ່ເຮັດ ໃຫ້ເກີດການປ່ຽນແປງການນໍາໃຊ້ທີ່ດິນ ພ້ອມທັງປະເມີນຜົນກະທົບທີ່ມີຕໍ່ຊັບພະຍາກອນທໍາມະຊາດ.

ກິດຈະກໍາການສຶກສາຄົ້ນຄວ້າໃນແຕ່ລະພື້ນທີ່ ແມ່ນໄດ້ຮ່ວມມືກັບທາງອໍານາດການປົກຄອງທ້ອງຖິ່ນ (ຫ້ອງການສົ່ງເສີມກະສິກໍາ ແລະ ປ່າໄມ້ເມືອງ, ອໍານາດການປົກຄອງບ້ານ) ແລະ ບັນດາໂຄງການພັດທະນາຕ່າງໆ (ອົງການທີ່ບໍ່ຂື້ນກັບລັດຖະບານ/NGOs ແລະ ການຮ່ວມມືກັນທາງການທູດ). ຊຶ່ງທີມງານສຶກສາຄົ້ນຄວ້າປະກອບດ້ວຍຜູ້ຊ່ວຍນັກຄົ້ນຄວ້າ ແລະ ນັກສຶກສາທີ່ເຂົ້າມາຝຶກງານໃນໄລຍະຍາວ (ເປັນເວລາ 6 ເດືອນ) ພາຍໃຕ້ການຊີ້ນໍາຈາກຜູ້ຊ່ຽວຊານອາວຸດໂສປະຈໍາໂຄງການ.

ໄດ້ນໍາໃຊ້ຫຼາຍວິທີການສຶກສາຄົ້ນຄວ້າ ໂດຍສະເພາະແມ່ນການວິເຄາະຂໍ້ມູນການສໍາຜັດທາງໄກ, ຂໍ້ມູນສາລະສົນເທດທາງພູມີສາດ (GIS) ເພື່ອນໍາມາສ້າງເປັນແຜນທີ່ການນໍາໃຊ້ທີ່ດິນ ແລະ ແຜນທີ່ການປ່ຽນແປງການນໍາໃຊ້ທີ່ດິນ. ຊຶ່ງໄດ້ນໍາໃຊ້ຫຼັກການສຶກສາຄົ້ນຄວ້າໃນຮູບແບບຈາກລຸ່ມຂື້ນເທິງ ບົນພື້ນຖານການສຳຫຼວດພື້ນທີ່ຕົວຈິງ ແລະ ນໍາໃຊ້ຫຼັກການສຶກສາໃນຮູບແບບຈາກເທິງລົງລຸ່ມ ໂດຍເກັບກໍາຂໍ້ມູນການດໍາລົງຊີວິດ ບົນພື້ນຖານການວິເຄາະການນໍາໃຊ້ ແລະ ການປ່ຽນແປງການນໍາໃຊ້ທີ່ດິນ. ໃນບົດສຶກສາຄົ້ນຄວ້າດັ່ງກ່າວນີ້ ໄດ້ກາຍເປັນປະເດັນຫຼັກໃຫ້ການພັດທະນາ ແລະ ສະໜອງຂໍ້ມູນໃຫ້ແກ່ຜູ້ສ້າງນະໂຍບາຍໃນລະດັບພາກພື້ນ.

 

A-1. ສຶກສາຂະບວນການປ່ຽນແປງການນໍາໃຊ້ທີ່ດິນ ໃນເຂດເປົ້າໝາຍສຶກສາຄົ້ນຄວ້າ

A-2. ທໍາຄວາມເຂົ້າໃຈຄວາມຫຼາກຫຼາຍການນໍາໃຊ້ທີ່ດິນໃນຫຼາຍລະດັບ