Catch-Up.
ສຶກສາ ແລະ ວິເຄາະການປ່ຽນແປງຢູ່ເຂດພູດອຍ

ຜັນຂະຫຍາຍວິທີການ ພັດທະນາແບບຍືນຍົງ
ຢູ່ເຂດພູດອຍ
ໃນ ສປປລາວ.

ແກ່ນສານ C: ຄວາມເປັນກາງລະຫວ່າງນະໂຍບາຍ ກັບການຈັດຕັ້ງປະຕິບັດຕົວຈິງ

ຄືດັ່ງຫຼັກການທີ່ວ່າຈະເຮັດວຽກຫຍັງ, ເມື່ອໃດ, ຢູ່ໃສ ແລະ ຍ້ອນຫຍັງ ຈຶ່ງຈໍາເປັນຕ້ອງໄດ້ວາງແຜນນະໂຍບາຍທີ່ກ່ຽວຂ້ອງ ແລະ ກົນໄກການສະໜັບສະໜູນສະຖາບັນ ເພື່ອເຮັດໃຫ້ການສ້າງນະໂຍບາຍດັ່ງກ່າວນັ້ນບັນລຸຜົນ. ດັ່ງນັ້ນ, ການຮວບຮວມຂໍ້ມູນທາງດ້ານເສດຖະກິດ-ສັງຄົມຈາກຫຼາຍໆແຫຼ່ງທີ່ມາ ແລະ ຫຼາຍລະດັບນັ້ນ ຈະສາມາດສະໜອງໃຫ້ແກ່ວຽກງານການພັດທະນາແບບມີສ່ວນຮ່ວມ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ເພື່ອປັບປຸງລະບົບການຈັດການຄຸ້ມຄອງຊັບພະຍາກອນທໍາມະຊາດໃຫ້ດີກວ່າເກົ່າ ຊຶ່ງຈຸດປະສົງຫຼັກໃນແກ່ນສານການສຶກສາຄົ້ນຄວ້າໃນ ທີ່ນີ້ແມ່ນ:

 

C-1. ການປ່ຽນແປງທາງດ້ານເຕັກໂນໂລຢີ & ສະຖາບັນ ເພື່ອການພັດທະນາແບບຍືນຍົງ

C-2. ສຶກສາຮູບແບບການມີສ່ວນຮ່ວມ ໃນວຽກງານວາງແຜນນໍາໃຊ້ທີ່ດິນ