Catch-Up.
ສຶກສາ ແລະ ວິເຄາະການປ່ຽນແປງຢູ່ເຂດພູດອຍ

ຜັນຂະຫຍາຍວິທີການ ພັດທະນາແບບຍືນຍົງ
ຢູ່ເຂດພູດອຍ
ໃນ ສປປລາວ.

ກິດຈະກໍາ A1: ສຶກສາຂະບວນການການປ່ຽນແປງການນໍາໃຊ້ທີ່ດິນ ທີ່ເປັນຕົວແທນໃຫ້ພື້ນທີ່ສຶກສາຄົ້ນຄວ້າ ຢູ່ທາງພາກເໜືອຂອງ ສປປລາວ

 
 
ຂອບເຂດ ຈຸດປະສົງ ວິທີການ ຜົນທີ່ໄດ້ຮັບ ຄູ່ຮ່ວມງານ

    ການພັດທະນາວິທີການສຶກສາຄົ້ນຄວ້າ ແມ່ນຮຽກຮ້ອງໃຫ້ຜູ້ຄົ້ນຄວ້າທໍາຄວາມເຂົ້າໃຈພື້ນທີ່ສຶກສາໃຫ້ດີເສຍກ່ອນ ແລ້ວຈຶ່ງຈັດລຽງບູລິມະສິດປະເດັນການພັດທະນາ ເພື່ອລິເລີ່ມຈັດຕັ້ງປະຕິບັດນະໂຍບາຍ. ນອກຈາກນີ້, ກໍ່ຄວນຄໍານຶງເຖິງການປັບຕົວຂອງປະຊາຊົນທ້ອງຖິ່ນພ້ອມ ເນື່ອງຈາກເປັນເງື່ອນໄຂຫຼັກທີ່ຈະເຮັດໃຫ້ວຽກງານດັ່ງກ່າວນັ້ນບັນລຸຜົນຕາມທີ່ຄາດຫວັງໄວ້.

    • ເພື່ອທໍາຄວາມເຂົ້າໃຈກົນໄກການປ່ຽນແປງການນໍາໃຊ້ທີ່ດິນ ໃນໄລຍະ 50 ປີທີ່ຜ່ານມາ ທີ່ພົວພັນເຖິງລະບົບນິເວດວິທະຍາ ແລະ ການປ່ຽນແປງເສດຖະກິດ-ສັງຄົມ ໂດຍໄດ້ຄັດເລືອກພື້ນທີ່ສຶກສາຄົ້ນຄວ້າຢ່າງລະມັດລະ ວັງ ເພື່ອເຮັດການວິເຄາະແບບສົມທຽບ (ກິດຈະກໍາ A2),

    • ເພື່ອກໍານົດປັດໃຈທາງດ້ານພື້ນທີ່ພູມີສາດ ເພື່ອຄາດຄະເນຜົນທີ່ຈະໄດ້ຮັບ (ໃຫ້ຂໍ້ສະເໜີແນະ),

    • ເພື່ອຈັດລຽງຄວາມຄາດຫວັງໃນການຜະລິດກະສິກໍາ ແລະ ປ່າໄມ້ແບບປະສົມປະສານ ໃນພື້ນທີ່ຄ້ອຍຊັນ ແລະ ກໍານົດກຸ່ມເປົ້າໝາຍ ເພື່ອສະໜອງເຕັກນິກການຜະລິດ ແລະ ໃຫ້ຄວາມຊ່ວຍເຫຼືອທີ່ແທດເໝາະ.

    ໄດ້ມີຫຼາຍໆພື້ນທີ່ສຶກສາຄົ້ນຄວ້າທີ່ໄດ້ຖືກຄັດເລືອກ ເພື່ອເປັນຕົວແທນສຶກສາຄົ້ນຄວ້າ ຊຶ່ງໄດ້ພິຈາລະນາຈາກລັກສະນະທາງກາຍະພາບ ແລະ ສະພາບເສດຖະກິດ-ສັງຄົມ ຢູ່ເຂດພູດອຍທາງພາກເໜືອຂອງລາວ. ຊຶ່ງປະກອບມີກິດຈະກໍາທີ່ໄດ້ເກັບກໍາຂໍ້ມູນຜ່ານມາໃນແຕ່ລະພື້ນທີ່ສຶກສາຄົ້ນຄວ້າດັ່ງລຸ່ມນີ້:

    1. ການວິເຄາະການປ່ຽນແປງພື້ນທີ່ ແລະ ຊີວິດການເປັນຢູ່ແບບມີສ່ວນຮ່ວມ

    • ສ້າງແຜນທີ່ການປ່ຽນແປງການນໍາໃຊ້ທີ່ດິນແບບມີສ່ວນຮ່ວມ ແລະ ກໍານົດເຂດນິເວດວິທະຍາ ໂດຍອີງໃສ່ຂໍ້ມູນຈາກການສໍາພາດກັບພາກສ່ວນທີ່ກ່ຽວຂ້ອງເຖິງປະຫວັດຄວາມເປັນມາຂອງບ້ານ,
    • ລົງສໍາຫຼວດແຕ່ລະຄົວເຮືອນ ເພື່ອເບິ່ງຮູບແບບ ແລະ ລະບົບການຜະລິດກະສິກໍາ,
    • ຈັດລຽງບູລິມະສິດບັນຫາແບບມີສ່ວນຮ່ວມ ທີ່ພົວພັນເຖິງການຈັດການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ການຜະລິດກະສິກໍາພາຍໃນບ້ານ.

    2. ວິເຄາະການປ່ຽນແປງການນໍາໃຊ້ທີ່ດິນ ໂດຍນໍາໃຊ້ເຄື່ອງມືສໍາຜັດທາງໄກ

    • ວິເຄາະການປ່ຽນແປງການນໍາໃຊ້ທີ່ດິນ ຈາກການແປພາບຖ່າຍທາງອາກາດ ແລະ ພາບຖ່າຍດາວທຽມ ໃນແຕ່ລະຊ່ວງໄລຍະ ຂອງແຜນທີ່ການນໍາໃຊ້ທີ່ດິນ,
    • ສັງລວມຂໍ້ມູນຈາກຫຼາຍໆແຫຼ່ງຂໍ້ມູນທີ່ແຕກຕ່າງກັນ ເພື່ອປ້ອນຂໍ້ມູນເຂົ້າໃນລະບົບສາລະສົນເທດທາງພູມີສາດ (GIS),
    • ແປຄວາມໝາຍການປ່ຽນແປງການນໍາໃຊ້ທີ່ດິນໃນແຕ່ລະຕອນ ອີງໃສ່ບົດລາຍງານ ແລະ ຈາກການແປຄວາມໝາຍຂອງພາກສ່ວນກ່ຽວຂ້ອງໃນທ້ອງຖິ່ນ ໂດຍນໍາໃຊ້ແຜນທີ່ ທີ່ໄດ້ຈາກການສົນທະນາປຶກສາຫາລືກັນທີ່ຜ່ານມາ.

    3. ບົດລາຍງານ ແລະ ເຜີຍແຜ່ຜົນຂອງການສຶກສາຄົ້ນຄວ້າ

    • ຂໍ້ມູນທີ່ໄດ້ຈາກການສຶກສາຄົ້ນຄວ້າຕົວຈິງ ແມ່ນຈະໄດ້ນໍາມາສົມທຽບກັບບົດລາຍງານການສຶກສາຂອງໂຄງການອື່ນໆ ຫຼື ຈາກການທົບທວນເອກກະສານຄືນ,
    • ຜົນທີ່ໄດ້ຮັບຈາກການສຶກສາຄົ້ນຄວ້າໃນແຕ່ລະເຂດເປົ້າໝາຍສຶກສາ ໄດ້ສໍາເລັດບົດລາຍງານອອກມາທັງເປັນພາສາອັງກິດ ແລະ ພາສາລາວ,
    • ໄດ້ຈັດກອງປະຊຸມສະເໜີຜົນທັງໃນລະດັບທ້ອງຖິ່ນ ແລະ ລະດັບຊາດ ໂດຍການເຊື້ອເຊີນເອົາບັນດາໂຄງການທີ່ໄດ້ຮ່ວມງານນໍາ ແລະ ພາກສ່ວນທີ່ກ່ຽວຂ້ອງຈໍານວນໜື່ງເຂົ້າຮ່ວມກອງປະຊຸມດັ່ງກ່າວ.
    • ສໍາເລັດບົດລາຍງານການປ່ຽນແປງການນໍາໃຊ້ທີ່ດິນ ແລະ ລະບົບການຜະລິດກະສິກໍາທີ່ມີຫຼາຍຮູບແບບແຕກຕ່າງກັນ ທັງໃນລະດັບບ້ານ ແລະ ລະດັບເມືອງ (ບົດນິພົນຈົບຊັ້ນຂອງນັກສຶກສາ),

    • ໄດ້ສັງລວມຂໍ້ມູນ ແລະ ສໍາເລັດການວິເຄາະການປ່ຽນແປງການນໍາໃຊ້ທີ່ດິນໃນແຕ່ລະພື້ນທີ່ສຶກສາຄົ້ນຄວ້າ,

    • ໄດ້ສ້າງຄວາມອາດສາມາດໃຫ້ພະນັກງານໂຄງການ ແລະ ນັກສຶກສາຈໍານວນໜຶ່ງໃນການຂຽນບົດລາຍງານ.

    1. ເມືອງນາແລ, ເມືອງສັງທອງ ແລະ ເມືອງທ່າແຂກ (ແຂວງຫຼວງນໍ້າທາ, ນະຄອນຫຼວງວຽງຈັນ ແລະ ແຂວງຄໍາມ່ວນ)

    ໄດ້ຮ່ວມງານກັບໂຄງການ NASA ໂດຍໄດ້ຈັດຕັ້ງປະຕິບັດວຽກງານຮ່ວມກັບທ່ານດຣ. Jefferson Fox, ມາຈາກ East-West Center, ຮາວາຍ ປະເທດອາເມລິກາ ເພື່ອວິເຄາະພາບຖ່າຍດາວທຽມ Aster ພ້ອມທັງທ່ານດຣ. Zhe Li ທີ່ໄດ້ໃຊ້ເວລາໜຶ່ງເດືອນເຕັມ ເພື່ອລົງສໍາຫຼວດເບິ່ງພື້ນທີ່ຕົວຈິງ ພາຍໃນສອງເຂດເປົ້າ ໝາຍສຶກສາຄົ້ນຄວ້າ (ເມືອງສັງທອງ ແລະ ເມືອງທ່າແຂກ).

    2. ແມ່ນໍ້າຄານ ເມືອງຊຽງເງິນ (ແຂວງຫຼວງພະບາງ)

    ເລີ່ມຈາກປີ 2008 ຫາ 2010, ໄດ້ພັດທະນາຄູ່ຮ່ວມງານກັບໂຄງການອ່າງໂຕ່ງນໍ້າຄານ EcoValley ໂດຍຈັດຕັ້ງປະຕິບັດວຽກງານພາຍການຊີ້ນໍາຂອງໂຄງການມໍລະດົກໂລກ. ຫຼັງຈາກນັ້ນ, ແມ່ນອົງການຄູ້ມຄອງຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ (WREO) ປະຈໍາແຂວງຫຼວງພະບາງ ເປັນຜູ້ສືບຕໍຈັດຕັ້ງປະຕິບັດ.

    3. ເມືອງວຽງຄໍາ (ແຂວງຫຼວງພະບາງ)

    ແຜນງານໂຄງການ Catch-Up ໄດ້ຈັດຕັ້ງປະຕິບັດວຽກງານຢູ່ເມືອງວຽງຄໍາ ເລີ່ມຕັ້ງແຕ່ເດືອນເມສາ 2008 ເຖິງເດືອນທັນວາ 2010 ໂດຍໄດ້ຮ່ວມງານກັບແຜນງານໂຄງການ Landscape Mosaic ທີ່ໄດ້ຮັບທຶນສະໜັບສະໜູນຈາກ ໂຄງການ SDC ແລະ CIFOR. ເລີ່ມຕັ້ງແຕ່ເດືອນມັງກອນ 2011 ເປັນຕົ້ນມາ ກໍ່ໄດ້ພັດທະນາຄູ່ຮ່ວມງານກັບໂຄງການ Agrisud ທີ່ໄດ້ຮັບທຶນສະໜັບສະໜຸນຈາກ European Commission ຊຶ່ງຈຸດປະ ສົງຂອງໂຄງການ ແມ່ນເພື່ອແນໃສ່ການຄໍ້າປະກັນສະບຽງອາຫານ ແລະ ການຫຼຸດຜ່ອນຄວາມທຸກຍາກ.

    4. ເມືອງຊຽງຄໍ້ (ແຂວງຫົວພັນ)

    ແຜນງານໂຄງການ Catch-Up ໄດ້ເຮັດວຽກຮ່ວມກັບໂຄງການ OXFAM Hong Kong ຊຶ່ງເປັນອົງການໜຶ່ງທີ່ບໍ່ຂື້ນກັບລັດຖະບານ ໂດຍໄດ້ຈັດຕັ້ງປະຕິບັດວຽກງານຢູ່ເມືອງຊຽງຄໍ້ ທີ່ແນໃສ່ວຽກງານການຄໍ້າປະກັນສະບຽງອາຫານ ພ້ອມທັງເປັນໂຄງການພັດທະນາ ທີ່ໄດ້ທໍາການສໍາຫຼວດ ແລະ ວິເຄາະການປ່ຽນແປງການນໍາໃຊ້ທີ່ດິນ ໂດຍນໍາໃຊ້ຂໍ້ມູນການສໍາຜັດທາງໄກ.

    5. ເມືອງແປກ, ເມືອງຄໍາ ແລະ ເມືອງໜອງແຮດ (ແຂວງຊຽງຂວາງ)

    ແຜນງານໂຄງການ Catch-Up ໄດ້ເລີ່ມຈັດຕັ້ງປະຕິບັດວຽກງານຢູ່ແຂວງຊຽງຂວາງ ໃນເດືອນກັນຍາ 2009 ເພື່ອປະເມີນຜົນກະທົບທາງດ້ານເສດຖະກິດ-ສັງຄົມ ໃນການຜະລິດກະສິກໍາແບບຍືນຍົງ ຢູ່ 3 ເມືອງເປົ້າ ໝາຍສຶກສາຄົ້ນຄວ້າ ຊຶ່ງເປັນບ່ອນທີ່ໄດ້ລິເລີ່ມນໍາໃຊ້ລະບົບການຜະລິດກະສິກໍາແບບໃໝ່ມາຕັ້ງແຕ່ປີ 2004 ຫາ 2009. ກິດຈະກໍາເຫຼົ່ານີ້ ກໍ່ເປັນອີກກິດຈະກໍາໜຶ່ງທີ່ເຮັດການປຽບທຽບລະບົບການຜະລິດກະສິກໍາ ຂອງທາງໂຄງການ PAMPA.

ເອກກະສານ